• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈີງ ເດີນ​ທາງ​ຢ້ຽມ​ຢາມ​ ສາ​ທາ​ລະ​ນະ​ລັດ ສິງ​ກະ​ໂປ ແລະ ບ​ຣູ​ໄນ ດາ​ຣູ​ຊາ​ລາມ ຢ່າງ​ເປັນ​ທາງ​ການ

ການຢ້ຽມຢາມສິງກະໂປຢ່າງເປັນທາງການຄັ້ງນີ້, ຄາດວ່າທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ພົບປະກັບທ່ານປະທານາທິບໍດີ ສິງກະໂປ Halimah Yacob, ພົບປະ ກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin …
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ແລະ ພັນລະຍາ  

ຕອນທ່ຽງວັນທີ 8 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ ໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ແລະ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ນັບແຕ່ວັນທີ 8 ເຖິງ 11 ກຸມພາ ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ສິງກະໂປ ຫຼີຊຽນຫຼົງ ແລະ ກະສັດ ບຣູໄນ ດາຣູຊາລາມ Sultan Haji Hassanal Bolkiah.

ເມື່ອໄປຮອດສິງກະໂປ, ຕ້ອນຮັບທ່ານນາຍົກລັດຖະມົນຕີ ແລະ ພັນລະຍາມີຜູ້ຕາງໜ້າລັດຖະບານສິງກະໂປ, ທ່ານເອກອັກຄະລັດຖະທູດສິງກະໂປ ປະຈຳ ຫວຽດນາມ Jaya Ratnam; ຫົວໜ້າກົມພິທີການ ສິງກະໂປ, ທ່ານ ມາຍເຟືອກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ, ພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ສິງກະໂປ.

ການຢ້ຽມຢາມສິງກະໂປຢ່າງເປັນທາງການຄັ້ງນີ້, ຄາດວ່າທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ພົບປະກັບທ່ານປະທານາທິບໍດີ ສິງກະໂປ Halimah Yacob, ພົບປະ ກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-Jin …

ນີ້ແມ່ນການຢ້ຽມຢາມ ສິງກະໂປ ແລະ ບຣູໄນ ຄັ້ງທຳອິດຂອງ ທ່ານຟ້າມມິງຈີງ ແລະ ເປັນການຢ້ຽມຢາມສິງກະໂປ ຄັ້ງທຳອິດຂອງ ນາຍົກລັດຖະມົນຕີ ຫວຽດນາມ ພາຍຫຼັງ 5 ປີ ແລະ ຢ້ຽມຢາມ ບຣູໄນ ພາຍຫຼັງ 15 ປີ. ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ຈະຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ນັບແຕ່ວັນທີ 8 ຫາ 10 ກຸມພາ; ຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການແຕ່ ວັນທີ 10 ຫາ11 ກຸມພາ.

ການຢ້ຽມຢາມຂອງ ທ່ານຟ້າມມິງຈີງ ໄດ້ດຳເນີນໄປໃນສະພາບທີ່ການພົວພັນ ລະຫວ່າງຫວຽດນາມ ກັບ ສອງປະເທດ ກຳລັງພັດທະນາຢ່າງຕັ້ງໜ້າ. ການຢ້ຽມຢາມຈະຊ່ວຍສ້າງກຳລັງໜູນຢ່າງເຂັ້ມແຂງ ເຮັດໃຫ້ ການພົວພັນຄູ່ຮ່ວມມືຍຸດທະສາດ ກັບສິງກະໂປ ເລິກເຊິ່ງກວ່າເກົ່າ, ໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ສຳຄັນແຖວໜ້າ ຂອງຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຮອບດ້ານກັບ ບຣູໄນ, ຄູ່ຮ່ວມມືເສດຖະກິດ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ຂອງຫວຽດນາມ. ໂດຍສະເພາະກັບ ສິງກະໂປ, ການຢ້ຽມຢາມຍັງແມ່ນເຫດການເປີດສາກປີແຫ່ງການສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 50 ປີ (1973-2023) ແລະ ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ (2013-2023).

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top