ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຂອງລັດຖະບານ ກ່ຽວກັບສະພາບການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ ສອງຂັ້ນ
ຕອນບ່າຍວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານເພື່ອຕີລາຄາສະພາບການປະຕິບັດ ແລະ ກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກຂອງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ຢູ່ກອງປະຊຸມ, ນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ພາຍຫຼັງ 3 ເດືອນທີ່ຜັນຂະຫຍາຍ, ການຈັດຕັ້ງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ. ມາຮອດປັດຈຸບັນ, ກົງຈັກອຳນາດການປົກຄອງທ້ອງຖິ່ນ ສອງຂັ້ນ ໄດ້ຮັບການບູລະນະກ່ຽວກັບການຈັດຕັ້ງ ແລະ ບູກຄະລາກອນສຳເລັດໂດຍພື້ນຖານແລ້ວ, ເຄື່ອນໄຫວຢ່າງລຸລ່ວງ, ບໍ່ຖືກຂາດວັກຂາດຕອນ, ຮັບປະກັນການຮັບໃຊ້ປະຊາຊົນໃຫ້ດີກ່ວາ, ການປະຕິຮູບອຳນາດການປົກຄອງ ແລະ ການຫັນເປັນດີຈີຕອນບັນລຸໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ເພື່ອສືບຕໍ່ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂຂໍ້ຕິດຂັດໃນທັນທີ.