ພາຍຫຼັງໄດ້ສາຍຢູ່ໂຮງຟິມ, ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງ ຫວຽດນາມ.
ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງ ຫວຽດນາມ (ພາບ: ຄະນະຈັດຕັ້ງ)
ວັນທີ 30 ກັນຍາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດເລືອກເອົາຮູບເງົາ “ເມືອດໍ” (ຝົນແດງ) - ເປັນຮູບເງົາກ່ຽວກັບການຕໍ່ສູ້ຢູ່ກຳແພງເກົ່າ ກວາງຈີ້ ຂອງຜູ້ກຳກັບການສະແດງ ດັ້ງທາຍຮ່ວຽນ ເຂົ້າຮ່ວມງານແຂ່ງຈັນຮອບຄັດເລືອກຮູບເງົາສາກົນດີເດັ່ນ - Oscar ຄັ້ງທີ 98 ໂດຍສະຖາບັນດິດວິທະຍາສາດ ແລະ ສີລະປະຮູບເງົາ ອາເມລິກາ ຈັດຂຶ້ນ. ນີ້ແມ່ນເຫດການພິເສດ ຢືນຢັນຄວາມມານະພະຍາຍາມເຊື່ອມໂຍງສາກົນຂອງຮູບເງົາ ຫວຽດນາມ ຢູ່ງານແຂ່ງຂັນຮູບເງົາໃຫຍ່ທີ່ສຸດຂອງໂລກ.
ຮູບເງົາໂດຍນັກປະພັນວັນນະຄະດີ ຈູລາຍ ເປັນຜູ້ຂຽນ, ຖືເອົາຮູບພາບຂອງປີ 1972, ເມື່ອທະຫານປົດປ່ອຍທາງພາກໃຕ້ ຫວຽດນາມ ຍາດໄດ້ແຂວງ ກວາງຈິ້ ຢ່າງສົມບູນ - ເຊິ່ງແມ່ນຊາຍແດນແບ່ງແຍກທາງພາກເໜືອ - ພາກໃຕ້ຂອງ ຫວຽດນາມ ຊົ່ວຄາວ.
ພາຍຫຼັງໄດ້ສາຍຢູ່ໂຮງຟິມ, ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)