• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີຕອບສະໜອງວັນນະວັດຕະກຳລະດັບຊາດ

ຫວຽດນາມ ບໍ່ມີການຄັດເລືອກໃດນອກເໜືອຈາກການຖືວິທະຍາສາດ ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນຂອດບຸກທະລຸແຖວໜ້າ, ແມ່ນກຳລັງໜູນຕົ້ນຕໍເພື່ອປ່ຽນແປງໃໝ່ຮູບແບບພັດທະນາ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ)

ຕອນເຊົ້າວັນທີ 01 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ສົມທົບກັບກະຊວງການເງິນ ຈັດພິທິຕອບສະໜອງວັນນະວັດຕະກຳລະດັບຊາດ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຜູ້ແທນ 800 ທ່ານເຊິ່ງເປັນຜູ້ຕາງໜ້າປະຊາຄົມວິສາຫະກິດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ກອງທຶນລົງທຶນ, ອົງການຈັດຕັ້ງສາກົນເຂົ້າຮ່ວມ.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ບໍ່ມີການຄັດເລືອກໃດນອກເໜືອຈາກການຖືວິທະຍາສາດ ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນຂອດບຸກທະລຸແຖວໜ້າ, ແມ່ນກຳລັງໜູນຕົ້ນຕໍເພື່ອປ່ຽນແປງໃໝ່ຮູບແບບພັດທະນາ, ປະຕິບັດ 2 ເປົ້າໝາຍ 100 ປີໃຫ້ປະກົດຜົນເປັນຈິງ.

        “ຕ້ອງຮີບເຮັງຜັນຂະຫຍາຍໂຄງການກະທຳການພັດທະນາ 11 ເຕັກໂນໂລຊີຕາມຈິດໃຈຂອງມະຕິເລກທີ 57, ກຳນົດແຈ້ງທິດທາງເປັນເຈົ້າການ, ໂດຍສະເພາະແມ່ນບັນດາເຕັກໂນໂລຊີ, ຄື: ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, ຄວາມປອດໄພ, ວັດສະດຸໃໝ່, ພະລັງງານໃໝ່… ພ້ອມກັນນັ້ນ, ພັດທະນາພື້ນຖານໂຄງລ່າງດີຈີຕອນ ຍົກສູງອັດຕາສ່ວນປະກອບພາຍໃນ ໃນບັນດາລະບົບເຕັກໂນໂລຊີຈຸດສຸມ, ຮັບປະກັນມີຄວາມໝັ້ນໃຈເຊື່ອມໂຍງ ແຕ່ຍັງຮັກສາກຳລັງຄວາມສາມາດເປັນແກ່ນສານຂອງຊາດ”.

        ກ່າວຄຳເຫັນອັດພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີການກະທຳດ້ານນະວັດຕະກຳຢ່າງຂ້ຽວຂາດ. ພ້ອມກັນນັ້ນປາດຖະໜາວ່າ ບັນດາອົງການຮ່ວມມືສາກົນຈະໜູນຊ່ວຍດ້ານເຕັກນິກ, ແບ່ງປັນບົດຮຽນ ເພື່ອຊ່ວຍ ຫວຽດນາມ ສ້າງນະໂຍບາຍກອບນິຕິກຳ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນດ້ານນະວັດຕະກຳ ແລະ ໜູນຊ່ວຍດ້ານການເງິນໃນການຖ່າຍທອດເຕັກໂນໂລຊີ.

(ແຫຼ່ງຄັດຈາກ VOV)

ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຜູ້​ອາ​ຍຸ​ສູງ​ໃນ​ສັງ​ກາດ​ບຸກ​ບືນ​ຂອງ​ຊາດ

ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຜູ້​ອາ​ຍຸ​ສູງ​ໃນ​ສັງ​ກາດ​ບຸກ​ບືນ​ຂອງ​ຊາດ

ເດືອນກະທຳເພື່ອຜູ້ມີອາຍຸສູງ ປີ 2025 ພວມໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໃນຕະຫຼອດເດືອນຕຸລາ. ເຫດການໄດ້ດຳເນີນ ກົງວັນເວລາວັນຜູ້ມີອາຍຸສູງສາກົນ (1 ຕຸລາ). ຢູ່ ຫວຽດນາມ, ຜູ້ມີອາຍຸສູງແມ່ນພາກສ່ວນປະກອບສ້າງຂຶ້ນແຫຼ່ງກຳລັງພາຍໃນອັນລ້ຳຄ່າຂອງຊາດ, ປະກອບສວ່ນນຳຊາດ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາແບບຍືນຍົງ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ມີຄວາມຜາສຸກ.

Top