ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ສະ​ພາບກ​ານ​ເຄື່ອນ​ໄຫວ​ອຳ​ນາດ​ການ​ປົກ​ຄອງທ້ອງຖິ່ນ ສອງ​ຂັ້ນ

ຢູ່ກອງປະຊຸມ, ນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ພາຍຫຼັງ 3 ເດືອນທີ່ຜັນຂະຫຍາຍ, ການຈັດຕັ້ງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ

ຕອນບ່າຍວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານເພື່ອຕີລາຄາສະພາບການປະຕິບັດ ແລະ ກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກຂອງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ຢູ່ກອງປະຊຸມ, ນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ພາຍຫຼັງ 3 ເດືອນທີ່ຜັນຂະຫຍາຍ, ການຈັດຕັ້ງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ. ມາຮອດປັດຈຸບັນ, ກົງຈັກອຳນາດການປົກຄອງທ້ອງຖິ່ນ ສອງຂັ້ນ ໄດ້ຮັບການບູລະນະກ່ຽວກັບການຈັດຕັ້ງ ແລະ ບູກຄະລາກອນສຳເລັດໂດຍພື້ນຖານແລ້ວ, ເຄື່ອນໄຫວຢ່າງລຸລ່ວງ, ບໍ່ຖືກຂາດວັກຂາດຕອນ, ຮັບປະກັນການຮັບໃຊ້ປະຊາຊົນໃຫ້ດີກ່ວາ, ການປະຕິຮູບອຳນາດການປົກຄອງ ແລະ ການຫັນເປັນດີຈີຕອນບັນລຸໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ເພື່ອສືບຕໍ່ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂຂໍ້ຕິດຂັດໃນທັນທີ.


top