ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຮອດ ຊຽງໄຮ້ ເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ້ (SCO)
ກອງປະຊຸມສຸດຍອດ SCO 2025 ແມ່ນການເຄື່ອນໄຫວທີ່ສຳຄັນທີ່ສຸດໃນລະບົບກວ່າ 10 ກິດຈະກຳໂດຍ ຈີນ ໄດ້ ແລະ ຈະຈັດຂຶ້ນໃນບົດບາດເປັນປະທານໝູນວຽນ ໄລຍະ 2024 – 2025. ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ, ພິເສດແມ່ນຊຸກຍູ້ບັນດາຂົງເຂດຮ່ວມມືແທດຈິງກ່ຽວກັບເສດຖະກິດ - ການຄ້າ - ການລົງທຶນ, ບັນດາໂຄງການໃຫຍ່ກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດ.
ການປະຕິບັດງານຄັ້ງນີ້ກໍແມ່ນໂອກາດເພື່ອໃຫ້ການນຳ ຫວຽດນາມ ສືບຕໍ່ແລກປ່ຽນຍຸດທະສາດ, ເພິ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາການນຳຂອງຈີນ, ຊອກຫາມາດຕະການສຳລັບບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງສອງປະເທດ, ພິເສດແມ່ນໃນບັນຫາທະເລຕາເວັນອອກ, ຈາກນັ້ນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສະດວກໃຫ້ແກ່ການພັດທະນາຂອງສອງປະເທດໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຈີນຫຼີສວຽນ ປະທານທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB).