• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມປາດຖະໜາຢາກນຳຫວຽດນາມ ຢືນອັນດັບທີ 2 ອາຊຽນ ກ່ຽວກັບຂອບຂະໜາດເສດຖະກິດ

      ທ່ານນາຍົກລັດຖະມົນຕີໄດ້ຍົກອອກບັນດາຜົນງານສຳຄັນຂອງປະເທດຊາດ 10 ປີຜ່ານມາ, ໂດຍສະເພາະແມ່ນໃນ 5 ປີຜ່ານມາ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ
(ພາບ: VGP)
      ຕອນເຊົ້າວັນທີ 28 ມີນາ, ຢູ່ຫໍສະພາແຫ່ງຊາດ, ສືບຕໍ່ດຳເນີນກອງປະຊຸມທາງອອນລາຍທົ່ວປະເທດ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ທີ່ກອງປະຊຸມນີ້, ຄຽງຂ້າງການຕີລາຄາສະພາບການປະຕິບັດຍຸດທະສາດ 10 ປີ (ໄລຍະ 2011-2020) ແລະ ທິດທາງການປະຕິບັດໜ້າທີ່ເສດຖະກິດສັງຄົມໄລຍະ 5 ປີຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ໄດ້ຍົກອອກບັນດາເນື້ອໃນຈຸດສຸມຍຸດທະສາດ 10 ປີ (ໄລຍະ 2021-2030)  ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມ 5 ປີ (ໄລຍະ 2021-2025); ທີ 3 ແມ່ນການຈັດຕັ້ງການປະຕິບັດ.
   ເມື່ອຕີລາຄາກ່ຽວກັບໝາກຜົນການປະຕິບັດຍຸດທະສາດ 10 ປີ (ໄລຍະ 2011-2020) ແລະ ທິດທາງການປະຕິບັດໜ້າທີ່ເສດຖະກິດສັງຄົມໄລຍະ 5 ປີຜ່ານມາ, ທ່ານນາຍົກລັດຖະມົນຕີໄດ້ຍົກອອກບັນດາຜົນງານສຳຄັນຂອງປະເທດຊາດ 10 ປີຜ່ານມາ, ໂດຍສະເພາະແມ່ນໃນ 5 ປີຜ່ານມາ ແລະ ຢືນຢັນວ່າ, ເພື່ອບັນລຸໝາກຜົນດັ່ງກ່າວ ບໍ່ພຽງແຕ່ແມ່ນຂອງອາຍຸການໜຶ່ງເທົ່ານັ້ນ ລະອຽດແມ່ນພາຍໃຕ້ການນຳພາຂອງພັກ, ຫາກແມ່ນຂອງຫຼາຍສະໄໝ, ຂອງຫຼາຍລຸ້ນຄົນ, ຂອງປະຊາຊົນທຸກຊັ້ນວັນໜ້າ.
ຕາມນັ້ນແລ້ວ, ຫວຽດນາມ ມີຂອບຂະໜາດ GDP 343 ຕື້ USD, ຢືນອັນດັບທີ 37 ໃນໂລກ. ຫວຽດນາມ ນອນໃນ top 10 ປະເທດມີການເຕີບໂຕສູງທີ່ສຸດໃນໂລກ. ເມື່ອຍົກອອກຄວາມຫຍຸງຍາກ, ສິ່ງທີ່ຍັງຕິດຂັດ, ຄົງຄ້າງ. ທ່ານນາຍົກລັດຖະມົນຕີຖືວ່າ, ຕ້ອງແກ້ໄຂໃນໄລຍະຍາວ ກໍຄືໃນໄລຍະກາງ ແລະ ຍົກອອກບັນຫາ, ຫວຽດນາມ ສາມາດຢືນອັນດັບທີ 2 ອາຊຽນ ກ່ຽວກັບຂອບຂະໜາດເສດຖະກິດໄດ້ ຫຼື ບໍ່?. ຄວາມສາດດັ່່ງກ່າວອາດສາມາດບັນລຸໄດ້ຖ້າຫາກມີຄວາມຕັດສິນໃຈ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top