• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟູ໋ກຕ້ອນຮັບການນຳບາງສະຫະສະມາຄົມແລະ ກຸ່ມບໍລິສັດເສດຖະກິດຢູ່ ໂຮນລັງ

      ໃນຂອບເຂດການຢ້ຽມຢາມ ໂຮນລັງ ຢ່າງເປັນທາງການ, ຕອນບ່າຍວັນທີ 09 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບການນຳບາງສະຫະສະມາຄົມ
ແລະ ກຸ່ມບໍລິສັດເສດຖະກິດຢູ່ ໂຮນລັງ (ພາບ: TTXVN)
      ມີການຕ້ອນຮັບ ທ່ານ Ernst Wastler ປະທານ ທັງເປັນ ຜູ້ອຳນວຍການບໍລິຫານ ກຸ່ມບໍລິສັດ Vamed ຂອງ ໂອຕະລິດ, ຜູ້ນຳສະຫະພັນວິສາຫະກິດເອລົບ - ອາຊຽນ (EABA) ແລະ ຄະນະການນຳຫ້ອງການການຄ້າ ໂຮນລັງ - ຫວຽດນາມ.
        ທີ່ການຕ້ອນຮັບ ປະທານ ທັງເປັນ ຜູ້ນຳນວຍການບໍລິຫານ ກຸ່ມບໍລິສັດ Vamed, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຂອບໃຈ Vamed ໄດ້ໜູນຊ່ວຍລະບົບການແພດວົງຄະນະຍາດ ຂອງ ຫວຽດນາມ ໃນ 20 ປີຜ່ານມາ, ພິເສດແມ່ນຜັນຂະຫຍາຍການປ່ອຍເງິນບັນດາໂຄງການກູ້ຢືມທຶນ ODA ດ້ວຍດອກເບ້ຍຕ່ຳຈາກລັດຖະບານ ໂອຕະລິດຢ່າງມີປະສິດທິຜົນ ເພື່ອແນໃສ່ ຫັນລະບົບໂຮງໝໍຢູ່ ຫວຽດນາມ ເປັນທັນສະໄໝ, ຍົກສູງຄຸນນະພາບການບໍລິການສົ່ງເສີມສຸຂະພາບປະຊາຊົນ, ປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ສະເໜີ Vamed ສືບຕໍ່ຮ່ວມເດີນທາງໜູນຊ່ວຍຂະແໜງການແພດ ຫວຽດນາມ ປະຕິບັດ ບັນດາໂຄງການໃໝ່ ໃນໄລຍະຈະມາເຖິງ.
        ເມື່ອແລກປ່ຽນກັບການນຳສະຫະພັນວິສາຫະກິດເອີລົບ - ອາຊຽນ (EABA), ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດສ້າງເງື່ອນໄຂສະດ້ວຍໃຫ້ບັນດາ ວິສາຫະກິດ ເອີລົບ ລົງທຶນເຂົ້າ ຫວຽດນາມ ໃນຂົງເຂດພື້ນຖານໂຄງລ່າງ, ອຸດສາຫະກຳສຳຮອງ, ເຕັກໂນໂລຢີສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານທົດແທນໃໝ່ ແລະ ສິ່ງແວດລ້ອມ. ທ່ານ ນາຍົກລັດຖະມົນຕີ ສະເໜີ ສະຫະພັນວິສາຫະກິດເອີລົບ - ອາຊຽນຍາດແຍ່ງບັນດາກາລະໂອກາດເຊິ່ງສັນຍາການຄ້າເສລີ ຫວຽດນາມ - ເອີລົບ ນຳມາໃຫ້ເມື່ອໃດ້ຮັບການລົງນາມ ແລະ ມີຜົນສັກສິດເພື່ອຊຸກຍູ້ບັນດາວິສາຫະກິດ ເອີລົບ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດ ຢູ່ ຫວຽດນາມ, ສຳຜັດກັບຕະຫຼາດ ອາຊີ - ປາຊີຟິກ.
        ທີ່ການຕ້ອນຮັບ ຄະນະການນຳຫ້ອງການການຄ້າ ໂຮນລັງ - ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ ການລົງນາມ ແລະ ຜັນຂະຫຍາຍ ສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ຈະມີຜົນກະທົບຢ່າງແຮງເຖິງການພົວພັນດ້ານການຄ້າ, ການລົງທຶນ ຫວຽດນາມ - ໂຮນລັງ; ສະເໜີ ຫ້ອງການການຄ້າ ຮົນລັງ - ຫວຽດນາມ ພ້ອມກັບ ປະຊາຄົມວິສາຫະກິດ ໂຮນລັງ ຊຸກຍູ້ການລົງນາມ ແລະ ຜັນຂະຫຍາຍ EVFTA ໂດຍໄວ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top