• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສປະຕິຮູບແລະພັດທະນາຫວຽດນາມຄັ້ງທີ 1

ວັນທີ 05 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສປະຕິຮູບ ແລະ ພັດທະນາຫວຽດນາມ 2018 (VRDF) ຄັ້ງທີ 1, ດ້ວຍຫົວຂໍ້ວ່າ “ວິໄສທັດໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕດ້ານເສດຖະກິດໃນສັງກາດໃໝ່”.


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສປະຕິຮູບແລະພັດທະນາຫວຽດນາມຄັ້ງທີ 1

(ພາບ: VGP)

ເວທີປາໄສໄດ້ຮັບການຈັດຕັ້ງເພື່ອແນໃສ່ປຶກສາຫາລືຢ່າງກ້ວາງຂວາງກ່ຽວກັບບັນດາຂົງເຂດທີ່ກ່ຽວຂ້ອງເຖິງການປະຕິຮູບ ແລະ ສ້າງລະບອບລະບຽບການໃໝ່, ເໝາະສົມກັບພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ ແລະ ການພັດທະນາແບບຍືນຍົງຢູ່ຫວຽດນາມ.

        ບັນດາເນື້ອໃນຕົ້ນຕໍຂອງເວທີປາໄສຄັ້ງນີ້ລວມມີ: ປະກາດນະໂຍບາຍແມ່ກ່ຽວກັບເສດຖະກິດຫວຽດນາມ; ປຶກສາຫາລືກ່ຽວກັບວິໄສທັດຫວຽດນາມ ໃນສະພາບການໂລກມີການປ່ຽນແປງຢ່າງວ່ອງໄວ; ປຶກສາຫາລືເພື່ອແກ້ໄຂສິ່ງກີດຂວາງ ແລະ ຊຸກຍູ້ກຳລັງໜູນເຕີບໂຕໃໝ່ຂອງຫວຽດນາມ ແມ່ນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ບົນພື້ນຖານອຸດສາຫະກຳ 4.0 ແລະ ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ.

        ຈຸດພົ້ນເດັ່ນຂອງ VRDF ແມ່ນສະເໜີນະໂຍບາຍແມ່ກ່ຽວກັບເສດຖະກິດຫວຽດນາມ. ນີ້ແມ່ນເອກະສານລວບລວມບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ອັບເດດບັນດາທ່າອ່ຽງ, ການຜັນແປໃໝ່ຂອງໂລກ ແລະ ທາມທາມບົດລາຍງານຫວຽດນາມ 2035 ຂອງທະນາຄານໂລກ ເພື່ອແນໃສ່ແນະນຳນະໂຍບາຍພັດທະນາຂອງຫວຽດນາມ ໄລຍະກາງ ແລະ ໄລຍະຍາວ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top