ວັນທີ 05 ສິງຫາ, ສຳນັກວາຕີກັງ ໄດ້ແຈ້ງວ່າ ສັນຕະປະປາ Leo XIV ຈະໄປປະຕິບັດງານເປັນຄັ້ງທຳອິດຢູ່ພາກພື້ນ ອາເມລິກາ ລາຕິນ ໃນຖານະຕຳແໜ່ງຜູ້ນຳໜ້າສະມາຄົມຄຼິດທະສາສະໜາ ແຕ່ວັນທີ 06 – 17 ພະຈິກ.
ສັນຕະປະປາ Leo XIV (ພາບ: ຊີນຮົວ/VNA)
ຕາມແຜນການ, ສັນຕະປະປາ ຈະໄປຢ້ຽມຢາມ ອູຣູກວາຍ, ອາກຊັງຕິນ ແລະ ເປຣູ. ການຢ້ຽມຢາມໄດ້ຮັບການຕີລາຄາວ່າມີຄວາມໝາຍພິເສດສຳລັບ ເປຣູ, ແຫ່ງທີ່ສັນຕະປະປາ Leo XIV ໄດ້ເຄື່ອນໄຫວໃນວຽກງານເຜີຍແຜ່ສາສະໜາ ແລະ ຮັບໃຊ້ທາງສາສະໜາ. ທ່ານ Keiko Fujimori, ປະທານາທິບໍດີ ເປຣູ ໃຫ້ຮູ້ວ່າ ການຢ້ຽມຢາມຂອງ ສັນຕະປະປາ Leo XIV ຈະແມ່ນ “ຈຸດເວລາຂອງຄວາມສາມັກຄີໃນການເຫຼື້ອມໃສເຊື່ອຖື ແລະ ນຳເອົາສານກ່ຽວກັບຄວາມຫວັງ” ໃຫ້ສຳລັບປະຊາຊົນ ເປຣູ.
ໃນຂະນະນັ້ນ, ທ່ານ Carlos Espá, ລັດຖະມົນຕີການຕ່າງປະເທດ ເປຣູ ໃຫ້ຮູ້ວ່າ ລັດຖະບານນີ້ພວມກະກຽມບັນດາແຜນການສຳຮອງເພື່ອຮັບປະກັນການຢ້ຽມຢາມໃຫ້ດຳເນີນໄປຢ່າງສະດວກ.
(ແຫຼ່ງຄັດຈາກ VOV)