• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກສະເໜີໃຫ້ຫວຽດນາມແລະບຣູໄນຊຸກຍູ້ການຮ່ວມມືໃນຂົງເຂດທະເລ

2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ກໍຄືການພົບປະ, ທາບທາມຄວາມເຫັນຢູ່ບັນດາເວທີປາໄສຫຼາຍຝ່າຍ…


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

 ພົບກັບກະສັດບຣູໄນ Darrussalam Sultan Haji Hassanal Bolkiah

(ພາບ: TTXVN)

ທີ່ການພົບປະເຈລະຈາກັບກະສັດບຣູໄນ Darrussalam Sultan Haji Hassanal Bolkiah, ວັນທີ 27 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍເລື່ອງ 2 ຝ່າຍຍົກລະດັບການພົວພັນມິດຕະພາບ, ການຮ່ວມມືຂຶ້ນເປັນຄູ່ຮ່ວມມືຮອບດ້ານ ແລະ ຖືວ່າ, ການຍົກລະດັບການພົວພັນລະຫວ່າງ 2 ປະເທດນັ້ນ ຈະເປີດໜ້າປະຫວັດສາດໃໝ່ໃນສາຍພົວພັນລະຫວ່າງຫວຽດນາມ - ບຣູໄນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງການຫັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ບຣູໄນ ເປັນລະອຽດ. 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ກໍຄືການພົບປະ, ທາບທາມຄວາມເຫັນຢູ່ບັນດາເວທີປາໄສຫຼາຍຝ່າຍ… ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາຂໍ້ຕົກລົງໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ໄດ້ຮັບການລົງນາມແລ້ວເປັນຢ່າງດີ; ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ - ການລົງທຶນ ເພື່ອແນໃສ່ໜູນຊ່ວຍວິສາຫະກິດ 2 ປະເທດ ຮ່ວມສຳພັນ, ແລກປ່ຽນຂໍ້ມູນຂ່າວສານ…

        ເມື່ອແລກປ່ຽນກັບກະສັດບຣູໄນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຖືວ່າ, ຫວຽດນາມ ແລະ ບຣູໄນ ລ້ວນແຕ່ແມ່ນປະເທດມີທະເລ, ມີທີ່ຕັ້ງພູມສາດຍຸດທະສາດສຳຄັນ, ສະນັ້ນ 2 ຝ່າຍຄວນຊຸກຍູ້ການຮ່ວມມືໃນຂົງເຂດທະເລຫຼາຍກວ່າອີກ, ຖືນີ້ແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຮອບດ້ານ…

        ສ່ວນກະສັດບຣູໄນ ໃຫ້ຮູ້ວ່າ, ບຣູໄນ ປາດຖະໜາຢາກຮ່ວມມືກັບຫວຽດນາມ, ບໍ່ພຽງແຕ່ຢູ່ໃນລະດັບ 2 ຝ່າຍເທົ່ານັ້ນ, ຫາກຢູ່ໃນລະດັບຫຼາຍຝ່າຍອີກດ້ວຍ. ນອກນັ້ນ, ກະສັດບຣູໄນ ກໍ່ຊົມເຊີຍຫວຽດນາມ ທີ່ໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ກະສັດບຣູໄນ ຢືນຢັນຄຳໝັ້ນສັນຍາວ່າ ບຣູໄນ ຈະໃຫ້ສັດຕະຍາບັນສັນຍາດັ່ງກ່າວ ກໍຄືສົມທົບກັບຫວຽດນາມ ຢ່າງແຮງ ເພື່ອສຳເລັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານທົ່ວພາກພື້ນ (RCEP) ໃນປີນີ້.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top