• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບນາຍົກລັດຖະມົນຕີກຳປູເຈຍ

ວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen ຢູ່ບາລີ, ປະເທດອິນໂດເນເຊຍ, ເນື່ອງໃນໂອກາດເຂົ້າຮ່ວມການພົບປະລະຫວ່າງບັນດາການນຳອາຊຽນ ແລະ ກອງປະຊຸມປະຈຳປີກອງທຶນເງິນຕາສາກົນ ແລະ ທະນາຄານໂລກ (IMF - WB).
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມຂອບໃຈຕໍ່ການຊີ້ນຳນຳພາຂອງທ່ານນາຍົກລັດຖະມົນຕີ Hunsen ໃນໄລຍະຜ່ານມາ ທີ່ໄດ້ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ກຳປູເຈຍ ເຊື້ອຊາດຫວຽດນາມ ມີໜັງສື, ທີ່ຕັ້ງພູມຊາດດ້ານກົດໝາຍຢ່າງຈະແຈ້ງ, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນຮັບປະກັນຊີວິດການເປັນຢູ່, ເຊື່ອມຕົວເຂົ້າກັບສັງຄົມກຳປູເຈຍ. 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ມີບັນດາມາດຕະການສ້າງຄວາມສະດວກໃຫ້ແກ່ການຄ້າລະຫວ່າງ 2 ປະເທດ, ໃນນັ້ນຊຸກຍູ້ການລົງນາມໃນສັນຍາການຄ້າເຂດຊາຍແດນຫວຽດນາມ - ກຳປູເຈຍ ໂດຍໄວ. ສ່ວນທ່ານນາຍົກລັດຖະມົນຕີ Hunsen ຢືນຢັນວ່າ, ລັດຖະບານກຳປູເຈຍ ຈະສືບຕໍ່ນະໂຍບາຍສົ່ງເສີມ, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນດຳເນີນທຸລະກິດຢູ່ກຳປູເຈຍ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top