• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີພົບປະກັບປະຊາຄົມວິສາຫະກິດລົງທຶນຕ່າງປະເທດ

ລາຍງານທີ່ກອງປະຊຸມ, ທ່ານນາງ ຫງວຽນທິບິກງອັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຂອງປີ 2023, ເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ.
ກອງປະຊຸມພົບປະກັບປະຊາຄົມວິສາຫະກິດລົງທຶນຕ່າງປະເທດ

ຕອນເຊົ້າວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມພົບປະກັບປະຊາຄົມວິສາຫະກິດລົງທຶນຕ່າງປະເທດ, ດ້ວຍຫົວຂໍ້ “ຮ່ວມເດີນທາງ ແລະ ພັດທະນາ”. ເຫດການໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບຫ້ອງວ່າການລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ສະຫະສະມາຄົມວິສາຫະກິດຕ່າງປະເທດສົມທົບກັນຈັດຕັ້ງ.  

ລາຍງານທີ່ກອງປະຊຸມ, ທ່ານນາງ ຫງວຽນທິບິກງອັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຂອງປີ 2023, ເສດຖະກິດມະຫາພາກຂອງ ຫວຽດນາມ ເປັນປົກກະຕິ, ເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ; ການເຕີບໂຕ GDP 9 ເດືອນບັນລຸ 4,24%; ຕະຫຼາດເງິນຕາເປັນປົກກະຕິໂດຍພື້ນຖານ, ອັດຕາແລກປ່ຽນໄດ້ບໍລິຫານຢ່າງມີໄຫວພິບ, ເໝາະສົມກັບບັນດາການຜັນແປຂອງຕະຫຼາດ. ບັນດາອົງການສາກົນໄດ້ຕີລາຄາວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ບັນລຸຜົນສຳເລັດໃນການດຶງດູດ ເງິນລົງທຶນຕ່າງປະເທດ. ຫຼາຍອົງການທີ່ມີອິດທິພົນຊື່ສຽງສາກົນຕີລາຄາສູງໝາກຜົນ ແລະ ແງ່ຫວັງພັດທະນາເສດຖະກິດ ແລະ ການຍົກລະດັບຄວາມໄວ້ເນື້ອເຊື່ອໃຈ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ຫວຽດນາມ ມີຄຳໝັ້ນສັນຍາ 3 ຂໍ້ກັບນັກລົງທຶນ:     

“ທີໜຶ່ງ, ຫວຽດນາມ ຍາມໃດກໍ່ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ ແລະ ເປັນທຳຂອງນັກລົງທຶນໃນບໍ່ວ່າກໍລະນີໃດ. ທີສອງ, ລັດຖະບານ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດສະດວກເພື່ອໃຫ້ນັກລົງທຶນຕ່າງປະເທດ ຮັບປະກັນສິດຜົນປະໂຫຍດເປັນປົກກະຕິ, ຍາວນານ, ຍືນຍົງ ຢູ່ ຫວຽດນາມ ດ້ວຍຫຼັກການຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ. ທີສາມ, ບໍ່ຫັນບັນດາການພົວພັນດ້ານເສດຖະກິດ, ການພົວພັນພົນລະເຮືອນເປັນອາຍາ ແຕ່ຕ້ອງປັບໄໝຜູ້ລົງໂທດກະທຳຜິດ, ລະເມີດກົດໝາຍ, ປົກປ້ອງຜູ້ເຮັດຖືກຕ້ອງ, ສ້າງລະບົບນິເວດຜະລິດ, ດຳເນີນທຸລະກິດໂປ່ງໃສ, ຍືນຍົງ”.  

ກ່າວຄຳເຫັນທີ່ກອງປະຊຸມ, ປະຊາຄົມວິສາຫະກິດ ຕ່າງປະເທດ ໄດ້ຕີລາຄາສູງແງ່ຫວັງການເຕີບໂຕ, ສະພາບແວດລ້ອມແຫ່ງການລົງທຶນ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ. ຫຼາຍກຸ່ມບໍລິສັດເສດຖະກິດຕ່າງປະເທດໄດ້ຕີລາຄາວ່າ ຫວຽດນາມ ມີຫຼາຍກາລະໂອກາດກາຍເປັນໃຈກາງໃນລະບົບການສະໜອງທົ່ວໂລກ. ມີຫຼາຍນັກລົງທຶນໃຫຍ່ໃຫ້ຄຳໝັ້ນສັນຍາຈະເປີດກ້ວາງການລົງທຶນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top