• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຊີ້ນຳ: ໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຕ້ອງທັນການ, ຊັດເຈນ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກວດກາໃຫ້ລະອຽດ ກ່ຽວກັບບັນດາເປົ້າໝາຍທີ່ໄດ້ຮັບ ນະໂຍບາຍ, ຮັບປະກັນວ່າຍອດລາຍຈ່າຍບໍ່ເກີນຕົວເລກທີ່ໄດ້ລາຍງານຕໍ່ລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ

(ພາບປະກອບ: VGP)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ອອກຄຳສັ່ງຊີ້ນຳກ່ຽວກັບການປະຕິບັດບັນດາມາດຕະການໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ລະອຽດແມ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກວດກາໃຫ້ລະອຽດ ກ່ຽວກັບບັນດາເປົ້າໝາຍທີ່ໄດ້ຮັບ ນະໂຍບາຍ, ຮັບປະກັນວ່າຍອດລາຍຈ່າຍບໍ່ເກີນຕົວເລກທີ່ໄດ້ລາຍງານຕໍ່ລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ, ໂດຍສະເພາະແມ່ນແຫຼ່ງລາຍຈ່າຍຈາກງົບປະມານສູນກາງ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊີ້ນຳ ແລະ ແນະນຳຢ່າງລະອຽດດ້ວຍເອກະສານໃນກໍລະນີທີ່ຈຳເປັນຢ່າງທັນການ ສຳລັບບັນດາເນື້ອໃນຂຶ້ນກັບຂົງເຂດທີ່ໄດ້ ມອບໝາຍໃຫ້ຄຸ້ມຄອງ, ບໍລິຫານ…
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

ຕອນບ່າຍວັນທີ 2 ກຸມພາ, ຢູ່ສຳນັກງານສູນກາງພັກ, ນະຄອນຫຼວງ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດ ກູບາ, ລັດສ. ກູບາ, ລັດຖະມົນຕີການຕ່າງປະເທດ ກູບາ ທີ່ພວມຢ້ຽມຢາມຢູ່ ຫວຽດນາມ.

Top