• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ອະນຸມັດຜ່ານ ຂ່າວພາບຫວຽດນາມ ເປັນ ວາລະສານການຕ່າງປະເທດ ລະດັບຊາດ

ຂ່າວພາບຫວຽດນາມ ອອກສະບັບພິເສດ ຂ່ຳນັບຮັບຕ້ອນ APEC 2017. ພາບ: VNP
ນາຍົກລັດຖະມົນຕີ ໄດ້ຕົກລົງອະນຸມັດໃຫ້ ຂ່າວພາບຫວຽດ ນາມ ເປັນວາລະສານສື່ສິ່ງພິມ ການຕ່າງປະເທດ ລະດັບ ຊາດ. ຂ່າວພາບຫວຽດນາມ ນອນຢູ່ໃນ “ໂຄງການພັດ ທະ ນາວາລະສານ ເປັນສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ການ ຕ່າງປະເທດແຫ່ງຊາດ ຂອງ ສຳນັກຂ່າວສານຫວຽດນາມ” ເຖິງປີ 2020, ວິໄສທັດເຖິງປີ 2030, ຊຶ່ງລັດຖະບານ ໄດ້ອະ ນຸມັດຜ່ານ ໃນວັນທີ 31 ຕຸລາ 2017. 

ຕາມໂຄງການດັ່ງກ່າວ, ວາລາສານຂ່າວພາບຫວຽດນາມ ເປັນສື່ສິ່ງພິມ ຈະເປີດກວ້າງພື້ນທີ່ຂ່າວຕ່າງປະເທດ ແນໃສ່ ເພີ່ມທະວີການໂຄສະນາເຜີຍແຜ່ ພາບພົດຫວຽດນາມ ເຖິງ ທ່ານຜູ້ອ່ານສາກົນ; ເພີ່ມຈຳໜ່າຍ ວາລະ ສານຫວຽດນາມ ໂດຍບໍ່ເສຍຄ່າຈາກ140 ປະເທດ ຂຶ້ນເຖິງ 160 ປະເທດ, ໃນຕໍ່ໜ້າ, ເອົາໃຈໃສ່ຕໍ່ຜູ້ອ່ານ ຢູ່ເຂດຊາຍແດນ ຫວຽດນາມ ກັບສປປ ລາວ, ສປ ຈີນ ແລະ ບັນດາປະເທດໃນພາກ ພື້ນ ອາເມລິກາລາຕິນ.

ວາລະສານຂ່າວພາບຫວຽດນາມ ຈະເພີ່ມຈຳໜ່າຍວາລະ ສານ ເປັນພາສາຕ່າງໆ ດ້ວຍຈຳນວນຫຼາຍພໍສົມຄວນ, ໃນ ນັ້ນ ວາລະສານພາສາອັງກິດ ເພີ່ມຂຶ້ນ 8000 ສະບັບ/ໄຕ ມາດ, ວາລະສານພາສາຈີນ 5000  ສະບັບ/ໄຕມາດ ແລະ ວາລະ ສານພາສາແອ໋ສປາຍ 8000 ສະບັບ/ໄຕມາດ ແລະ ວາລະສານພາສາລາວ 3000 ສະ ບັບ/ໄຕມາດ.

ຕາມແຜນ, ນັບແຕ່ປີ 2020-2030 ວາລະສານຂ່າວພາບ ຫວຽດນາມ ຈະພິມ ແລະ ຈຳໜ່າຍ ເປັນພາສາຝຣັ່ງ, ພາສາ ຂະແມ ແລະ ພາສາລັດເຊຍ ຕື່ມອີກ.

ເນື້ອໃນຂອງໂຄງການດັ່ງກ່່າວ ໄດ້ວາງເປົ້າໝາຍ ແຕ່ນີ້ ຮອດປີ 2020, ວາລະສານຂ່າວພາບຫວຽດນາມ ພ້ອມກັບ ໜັງສືພິມ Vietnam News ແລະ ສື່ເອເລັກໂຕຣນິກ VietnamPlus ຂອງ ສຳນັກຂ່າວສານຫວຽດນາມ ຂະ ຫຍາຍຕົວເປັນ ສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ການຕ່າງ ປະເທດ ແຫ່ງຊາດ ມີຜົນສະທ້ອນໃນພາກພື້ນ ແລະ ໃນ ໂລກ; ສຳເລັດເປັນຢ່າງດີ ໜ້າທີ່ເຜີຍແຜ່ນຂໍ້ມູນຂ່າວສານ ອອກສູ່ ຕ່າງປະເທດ ຕາມແນວທາງ, ແຜນນະໂຍບາຍ ຂອງ ພັກ ແລະ ນະໂຍບາຍ, ກົດໝາຍ ຂອງ ລັດ.

ໜັງສືພິມ Vietnam News ຈະໄດ້ເພີ່ມ ຈຳນວນ ແລະ ຄຸນນະພາບຂ່າວ, ບົດ ລົງເລິກ ແລະ ຄໍລຳຕ່າງໆ; ຮັບປະ ກັນຄຸນນະພາບເນື້ອໃນຂ່າວ ແລະ ບັນລຸປະສິດທິຜົນສູງ ກ່ຽວກັບ ການໂຄສະນາເຜີຍແຜ່ ການຕ່າງປະເທດ; ພັດທະ ນາວາ ລະສານສື່ສິ່ງພິມ ຕາມຮູບແບບເອເລັກໂຕຣນິກ (e-paper) ເພື່ອຊ່ວຍໜູນ ແລະ ປ່ຽນແທນ ການຈຳໜ່າຍ ໜັງ ສືພິມ ດ້ວຍເຈ້ຍ; ເປີດກວ້າງເປົ້າໝາຍສູ່ຜູ້ອ່ານໃນຕ່າງປະ ເທດ ເຂົ້າສູ່ໜ້າເວັບ ຂອງ Vietnam News ຈາກ 150 ປະ ເທດ ໃນປັດຈຸບັນ ຂຶ້ນເຖິງ 190 ປະເທດ.

ສຳລັບສື່ເອເລັກໂຕຣນິກ VietnamPlus ຈະສ້າງ ໜັງສື ພິມການຕ່າງປະເທດ ພາກພາສາລັດເຊຍ ຢູ່ໃນສື່ເອເລັກ ໂຕຣນິກ VietnamPlus, ຍົກຈຳນວນພາສາທັງໝົດຂອງ ໜັງສືພິມຂຶ້ນເປັນ 6 ພາສາເຊັ່ນ: ພາສາຫວຽດນາມ, ພາ ສາ ອັງກິດ, ພາສາຝຣັ່ງ, ພາສາແອ໋ສປາຍ, ພາສາຈີນ ແລະ ພາສາລັດເຊຍ. ຍົກສູງຄຸນນະພາບດ້ານບັນນາທິການ, ແປ ພາສາຢູ່ເທິງໜັງສືພິມ ເອເລັກໂຕຣນິກ VietnamPlus; ສູ້ ຊົນກາຍເປັນໜັງສືພິມ ເອເລັກໂຕຣນິກ ທີ່ມີຫຼາກຫຼາຍຮູບ ແບບຂ່າວ ທີ່ດີສຸດ, ນຳໜ້າ ກ່ຽວກັບໝູນໃຊ້ ເຕັກໂນໂລຊີ ໃໝ່ ເຂົ້າໃນການຜະລິດຂ່າວ ເອເລັກໂຕຣນິກ, ຕອບສະ ໜອງ ໄດ້ ຄວາມຮຽກຮ້ອງຕ້ອງ ການ ຂອງ ທ່ານຜູ້ອ່ານ.
ປະຕິບັດໂດຍ: TTXVN/VNP

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top