ຂ່າວສານ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ເຢຍລະມັນ
ຕອນຄ່ຳວັນທີ 5 ກໍລະກົດ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກສະໜາມບິນ Frankfurt, ເດີນທາງໄປນະຄອນຫຼວງ ແບກແລງ, ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ສະຫະພັນ ເຢຍລະມັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະ
ພາຍຫຼັງໄປຮອດນະຄອນຫຼວງ ແບກແລງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ແລະ ປະຊາຄົມຊາວ ຫວຽດນາມ ແລະ ນັກສຶກສາ ຫວຽດນາມ ຢູ່ ເຢຍລະມັນ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້, ຢືນຢັນ ພັກ ແລະ ລັດ ເອົາໃຈໃສ່, ເບິ່ງແຍງດູແລ, ປົກປ້ອງຜົນປະໂຫຍດໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ເຢຍລະມັນ ເສີມຂະຫຍາຍນ້ຳໃຈສາມັກຄີ, ຊ່ວຍເຫຼືອກັນໃນຊີວິດການເປັນຢູ່, ຮັກສາມູນເຊື້ອ, ສີສັນວັດທະນະທຳຂອງຊາດ, ສອນພາສາ ຫວຽດ ໃຫ້ລຸ້ນຄົນທີສອງ, ທີສາມ, ສືບຕໍ່ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງ 2 ຊາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ສະຖານທູດ ຫວຽດນາມ ປະຈຳແບກແລງ ປະຕິບັດວຽກງານຄົ້ນຄ້ວາ, ມີບັນດາຂໍ້ສະເໜີລະອຽດ ເພື່ອແນໃສ່ພັດທະນາການພົວພັນ 2 ປະເທດໃຫ້ນັບມື້ນັບມີປະສິດທິຜົນ, ພ້ອມທັງຈັດຕັ້ງບັນດາການເຄື່ອນໄຫວພົບປະປະຊາຄົມໃນບັນດາວັນບຸນໃໝ່, ຜ່ານນັ້ນ ເຕົ້າໂຮມ ແລະ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີຂອງພໍ່ແມ່ປະຊາຊົນ, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະກອບສ່ວນສ້າງສາປະເທດຊາດ.

(ແຫຼ່ງຄັດຈາກ VOV)