
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima (ພາບ:VGP)
ທີ່ການພົບປະກັບທ່ານປະທານສະພາຕ່ຳ Tadamori Oshima, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້, ເໝາະສົມກັບຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ.
ສ່ວນທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima ຢືນຢັນວ່າ: ສະພາຕ່ຳ ຍີ່ປຸ່ນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາກ່ວາອີກໃນທຸກຂົງເຂດ.
ທີ່ການພົບປະກັບທ່ານປະທານສະພາສູງ ຍີ່ປຸ່ນ Chuichi Date (ພາບ: VGP)
ທີ່ການພົບປະກັບທ່ານປະທານສະພາສູງ ຍີ່ປຸ່ນ Chuichi Date, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ນຳໃຊ້ແຫຼ່ງທຶນ ODA ຂອງ ຍີ່ປຸ່ນ ຢ່າງມີປະສິດທິຜົນ ແລະ ສະເໜີສະພາແຫ່ງຊາດ ຍີ່ປຸ່ນ ພິຈາລະນາສະໜອງທຶນ ODA ດ້ວຍລະດັບບຸລິມະສິດກ່ວາ; ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ, ແຮງງານ ແລະ ລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ.
ສ່ວນທ່ານປະທານສະພາສູງ ຍີ່ປຸ່ນ Chuichi Date ໄດ້ຕີລາຄາສູງການບໍລິຫານຂອງລັດຖະບານ ຫວຽດນາມ ແລະ ບັນດາຜົນງານດ້ານເສດຖະກິດ, ການຕ່າງປະເທດ ເຊິ່ງ ຫວຽດນາມ ບັນລຸໄດ້; ຢັ້ງຢືນຖືເປັນສຳຄັນເພີ່ມທະວີການພົວພັນຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານລະຫວ່າງ 2 ປະເທດກ່ວາອີກ ແລະ ຈະສະໜັບສະໜູນລັດຖະບານ ຍີ່ປຸ່ນ ສືບຕໍ່ຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນການພັດທະນາເສດຖະກິດ, ສັງຄົມ.
(ແຫຼ່ງຄັດຈາກ VOV)