ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານສະພາຕ່ຳ ແລະ ປະທານສະພາສູງ ຍີ່ປຸ່ນ

ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ, ວັນທີ 10 ຕຸລາ 2018, ທີ່ສຳນັກງານສະພາແຫ່ງຊາດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima ແລະ ປະທານສະພາສູງ ຍີ່ປຸ່ນ Chuichi Date. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima (ພາບ:VGP)

ທີ່ການພົບປະກັບທ່ານປະທານສະພາຕ່ຳ Tadamori Oshima, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້, ເໝາະສົມກັບຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ.

       ສ່ວນທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima ຢືນຢັນວ່າ: ສະພາຕ່ຳ ຍີ່ປຸ່ນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາກ່ວາອີກໃນທຸກຂົງເຂດ.


ທີ່ການພົບປະກັບທ່ານປະທານສະພາສູງ ຍີ່ປຸ່ນ Chuichi Date (ພາບ: VGP)

ທີ່ການພົບປະກັບທ່ານປະທານສະພາສູງ ຍີ່ປຸ່ນ Chuichi Date, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ນຳໃຊ້ແຫຼ່ງທຶນ ODA ຂອງ ຍີ່ປຸ່ນ ຢ່າງມີປະສິດທິຜົນ ແລະ ສະເໜີສະພາແຫ່ງຊາດ ຍີ່ປຸ່ນ ພິຈາລະນາສະໜອງທຶນ ODA ດ້ວຍລະດັບບຸລິມະສິດກ່ວາ; ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ, ແຮງງານ ແລະ ລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ.

       ສ່ວນທ່ານປະທານສະພາສູງ ຍີ່ປຸ່ນ Chuichi Date ໄດ້ຕີລາຄາສູງການບໍລິຫານຂອງລັດຖະບານ ຫວຽດນາມ ແລະ ບັນດາຜົນງານດ້ານເສດຖະກິດ, ການຕ່າງປະເທດ ເຊິ່ງ ຫວຽດນາມ ບັນລຸໄດ້; ຢັ້ງຢືນຖືເປັນສຳຄັນເພີ່ມທະວີການພົວພັນຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງ ແລະ ຮອບດ້ານລະຫວ່າງ 2 ປະເທດກ່ວາອີກ ແລະ ຈະສະໜັບສະໜູນລັດຖະບານ ຍີ່ປຸ່ນ ສືບຕໍ່ຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນການພັດທະນາເສດຖະກິດ, ສັງຄົມ.

(ແຫຼ່ງຄັດຈາກ VOV)



top