• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະມາຄົນຕິດຕໍ່ພົວພັນກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

      ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່່ຕ່າງປະເທດ, ຖືຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມໄດ້. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ຕ້ອນຮັບທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍ່ກັບຄົນ ຫວຽດນາມ ຢູ່ຕ່າງປະເທດ (ພາບ: VGP/Quang Hieu)
      ນີ້ແມ່ນຄໍາການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ທີ່ການຕ້ອນຮັບທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍ່ພົວພັນກັບຄົນ ຫວຽດນາມ ຢູ່ຕ່າງປະເທດ, ໃນຕອນບ່າຍວັນທີ 28 ພະຈິກ ຢູ່ຮ່າໂນ້ຍ.
            ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດຊາດ, ; ພ້ອມທັງ ຫວັງວ່າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ກໍ່ຄືບັນດາອຳນາດການປົກຄອງ, ທ້ອງຖິ່ນຂັ້ນຕ່າງໆຈະມີການເຄື່ອນໄຫວແທດເໝາະຫຼາຍຢ່າງ ເພື່ອຕ້ອນຮັບພີ່ນ້ອງຊາວຫວຽດນາມ ກັບມາຢາມບ້ານເກີດ, ຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ.
ຢັ້ງຢືນເຖິງຄວາມສຳຄັນຂອງວຽກງານ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ , ໂດຍສະເພາະແມ່ນໄວໜຸ່ມ, ທ່ານນາຍົກລັດຖະມົນຕີ ຖືວ່າສະມາຄົມຄວນສົມທົບກັບລັດຖະບານ, ບັນດາສະຖານທູດຫວຽດນາມ ຢູ່ຕ່າງປະເທດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃຫ້ຄວາມສຳຄັນ, ເອົາໃຈໃສ່ໄວໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ, ໃນນັ້ນຄວນຍູ້ແຮງການຮຽນ- ການສອນພາສາຫວຽດ ໃຫ້ແກ່ໄວໜຸ່ມ. ທ່ານນາຍົກລັດຖະມົນຕີ ຫວັງວ່າສະມາຄົມຈະເປີດກ້ວາງການເຄື່ອນໄຫວ, ດຶງດູດຊາວ ຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ແລະເປັນຈໍານວນຫຼວງຫຼາຍ; ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊາດ. ທ່ານນາຍົກລັດຖະມົນຕີກໍ່ໄດ້ສະເໜີກະຊວງການຕ່າງປະເທດສົມທົບຢ່າງຕັ້ງໜ້າ, ໜູນຊ່ວຍສະມາຄົມເຄື່ອນໄຫວຢ່າງມີປະສິດທິຜົນ./
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top