• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຕີລາຄາສູງການຮ່ວມມືລະຫວ່າງກະຊວງພາຍໃນ ລາວ - ຫວຽດນາມ

ທ່ານລັດຖະມົນຕີ ຟ້າມທິແທັງຈ່າ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະໜັບສະໜູນການເຄື່ອນໄຫວຮ່ວມມືຈຸດສຸມຂອງສອງກະຊວງ ໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງສອງປະເທດກ່ຽວກັບວຽກງານລັດຖະການ, ລັດຖະກອນ, ຄຸ້ມຄອງບໍລິຫານ, ສຳເນົາເອກະສານ…
ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາງ ລັດຖະມົນຕີ ຟ້າມທິແທັງຈ່າ (ພາບ: Phạm Kiên/TTXVN)

ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງພາຍໃນ ຫວຽດນາມ ໂດຍທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ, ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການຕ້ອນຮັບ, ທ່ານນາງລັດຖະມົນຕີ ຟ້າມທິແທັງຈ່າ ຢັ້ງຢືນວ່າ ກະຊວງພາຍໃນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ. ທ່ານລັດຖະມົນຕີ ຟ້າມທິແທັງຈ່າ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະໜັບສະໜູນການເຄື່ອນໄຫວຮ່ວມມືຈຸດສຸມຂອງສອງກະຊວງ ໃນໄລຍະຈະມາເຖິງ, ຄື: ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງສອງປະເທດກ່ຽວກັບວຽກງານລັດຖະການ, ລັດຖະກອນ, ຄຸ້ມຄອງບໍລິຫານ, ສຳເນົາເອກະສານ…

ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ສະເໜີວ່າ: ໄລຍະຈະມາເຖິງ, ກະຊວງພາຍໃນສອງປະເທດສືບຕໍ່ແລກປ່ຽນປະສົບການ ແລະ ບົດຮຽນກ່ຽວກັບການປະຕິຮູບດ້ານບໍລິຫານ, ພິເສດແມ່ນວຽກງານຫັນເປັນດີຈີຕອນ… ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນວ່າ ລັດຖະບານ ລາວ ສະໜັບສະໜູນ, ໃຫ້ບຸລິມະສິດວຽກງານຫັນເປັນດີຈີຕອນໃນບັນດາຂົງເຂດບໍລິຫານຂອງລັດ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ສະເໜີໃຫ້ສອງຝ່າຍສົມທົບກັບຄະນະກຳມະການຮ່ວມມືສອງປະເທດ ຊຸກຍູ້ການສ້າງແຜນຮ່າງຫັນເປັນດີຈີຕອນໃຫ້ແກ່ກະຊວງພາຍໃນລາວ.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top