• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ລາວ ຕ້ອນຮັບຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ

ທ່ານຮອງລັດຖະມົນຕີ ບຸຍວັນນາມ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເປັນເອກະພາບນຳກັນທິດທາງຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງ 2 ປະເທດໃນໄລຍະຈະມາເຖິງ.


(ພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ

ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ)


ເນື່ອງໃນໂອກາດການຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືການປ້ອງກັນຄວາມສະຫງົບຫວຽດນາມ - ລາວ ຄັ້ງທີ 10 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 16 ກໍລະກົດ, ພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະປະຕິບັດງານໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ຢູ່ທີ່ນີ້, ເມື່ອລາຍງານກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຊາບກ່ຽວກັບໝາກຜົນກອງປະຊຸມຮ່ວມມືການປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດຫຽດນາມ - ລາວ ຄັ້ງທີ 10, ເຊິ່ງດຳເນີນໃນຕອນເຊົ້າວັນທີ 15 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີ ບຸຍວັນນາມ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເປັນເອກະພາບນຳກັນທິດທາງຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງ 2 ປະເທດໃນໄລຍະຈະມາເຖິງຄື: ສຸມໃສ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ສົມທົບກັນຕໍ່ສູ້ກັບບັນດາເປົ້າໝາຍກໍ່ການຮ້າຍ… ທ່ານຮອງລັດຖະມົນຕີ ບຸຍວັນນາມ ກໍ່ໃຫ້ຮູ້ວ່າ, ເນື່ອງໃນໂອກາດນີ້ ກະຊວງຕຳຫຼວດຫວຽດນາມ ໄດ້ມອບໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ບາງເຄື່ອງອຸປະກອນຮັບໃຊ້ການເຄື່ອນໄຫວວິຊາສະເພາະ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍບຳລຸງສ້າງໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ.

        ສ່ວນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ໃນຫຼາຍຂົງເຂດ. ພ້ອມທັງຢືນຢັນຈະເອົາໃຈໃສ່ຊີ້ນຳກະຊວງປ້ອງກັນຄວາມສະຫງົບລາວ ແລະ ບັນດາອົງການຂຶ້ນກັບກະຊວງ ສົມທົບກັບກະຊວງຕຳຫຼວດຫວຽດນາມ ໃນການຮ່ວມມືປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top