• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລແພດສາດຮ່າໂນ້ຍ

ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລ ແພດສາດຮ່າໂນ້ຍ (1902-2022) ແລະ 40 ປີແຫ່ງວັນຄູຫວຽດນາມ (1982-2022).

ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລ ແພດສາດຮ່າໂນ້ຍ (1902-2022) ແລະ 40 ປີແຫ່ງວັນຄູຫວຽດນາມ (1982-2022).

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ພິທີ  

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເນັ້ນໜັກເຖິງຄວາມຕ້ອງການດ້ານການປິ່ນປົວ, ເບິ່ງແຍງສຸຂະພາບຂອງປະຊາຊົນກໍ່ຄືສະພາບໂລກລະບາດໃນປະຈຸບັນຊຶ່ງໄດ້ວາງໜ້າທີ່ ແລະ ຄວາມຮຽກນຮ້ອງຕ້ອງການຫຼາຍຢ່າງໃຫ້ແກ່ ຂະແໜງສາທາລະນະສຸກເວົ້າລວມ ແລະ ມະຫາວິທະຍາໄລ ແພດສາດຮ່າໂນ້ຍ ເວົ້າສະເພາະ. ສະນັ້ນ, ຄູ-ອາຈານ ແລະ ນັກສຶກສາຂອງໂຮງຮຽນ ຕ້ອງສູ້ຊົນໃຫ້ກາຍເປັນສູນຝຶກອົບຮົມ ແລະ ຄົ້ນຄວ້າການແພດຊັ້ນນຳຂອງປະເທດ ແລະ ພາກພື້ນ, ບໍ່ພຽງແຕ່ຝຶກອົບຮົມ ນັກຮຽນ ພາຍໃນປະເທດເທົ່ານັ້ນ ຫາກຍັງຝຶກອົບຮົມ ນັກສຶກສາຕ່າງປະເທດອີກດ້ວຍ; ບໍ່ພຽງແຕ່ນຳໃຊ້ບັນດາຜົນງານດ້ານວິທະຍາສາດ ແລະ ເຕັກໂນໂລຊີຢູ່ໃນລະດັບຊາດເທົ່ານັ້ນ ຫາກຍັງຢູ່ໃນລະດັບພາກພື້ນອີກດ້ວຍ; ບໍ່ພຽງແຕ່ ຮັບໃຊ້ປະຊາຊົນຢູ່ພາຍໃນປະເທດເທົ່ານັ້ນ, ແຕ່ຍັງຮັບໃຊ້ປະຊາຊົນຢູ່ຕ່າງປະເທດອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top