• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມບິ່ງມິງ ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີ ລຸກຊຳບວກ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ການນຳສອງທ່ານໄດ້ເປັນສັກຂີພິຍານ ພິທີສວນສະໜາມຕ້ອນຮັບຂອງກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ, ຫຼັງຈາກນັ້ນ, ນາຍົກລັດຖະມົນຕີສອງທ່ານໄດ້ ເຂົ້າຮ່ວມການເຈລະຈາ.
ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ພ້ອມກັບຄະນະໄດ້ຈັດຂຶ້ນຢ່າງສົມກຽດ

ຕອນເຊົ້າວັນທີ 4 ພຶດສະພາ, ທີ່ສຳນັກງານປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຟ້າມມິງຈິງ ເປັນປະທານ ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ພ້ອມກັບຄະນະຜູ້ແທນຂັ້ນສູງ ລຸກຊຳບວກ ໄດ້ຈັດຂຶ້ນສົມກຽດ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 3 – 5 ພຶດສະພາ.

        ພາຍຫຼັງພິທີຕ້ອນຮັບທາງການ, ການນຳສອງທ່ານໄດ້ເປັນສັກຂີພິຍານ ພິທີສວນສະໜາມຕ້ອນຮັບຂອງກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ, ຫຼັງຈາກນັ້ນ, ນາຍົກລັດຖະມົນຕີສອງທ່ານໄດ້ ເຂົ້າຮ່ວມການເຈລະຈາ.

            ກ່ອນທີ່ເຂົ້າຮ່ວມພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ໄດ້ໄປວາງພວງມາລາໄຫວ້ອາໄລປະທານ ໂຮ່ຈີມິນ, ໄຫວ້ອາໄລບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດອະນຸສາວະລີ ບັກເຊີນ, ຢ້ຽມຢາມເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ ຮ່າໂນ້ຍ.

        ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນການຢ້ຽມຢາມທາງການທຳອິດ ນອກທະວີບ ເອີລົບ ຂອງທ່ານນາຍົກລັດຖະມົນຕີ ລຸກຊຳບວກ ໃນປີ 2023 ນີ້, ພ້ອມທັງກໍ່ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງ ນາຍົກລັດຖະມົນຕີ ລຸກຊຳບວກ ໃນກ່ວາ 20 ປີຜ່ານມາ; ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງຄັ້ງທຳອິດ ເນື່ອງໃນໂອກາດ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລຸກຊຳບວກ (1973 – 2023). ການຢ້ຽມຢາມ ດຳເນີນພາຍຫຼັງການຢ້ຽມຢາມ ລຸກຊຳບວກ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນເວລາ 5 ເດືອນ (ໃນເດືອນ ທັນວາ 2023) .

 

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top