• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ​ລັດ​ເຊຍ: ຜົ​ນ​ສຳ​ເລັດ​ຂອງ​ຫວຽດ​ນາມ ອາດ​ຖື​ວ່າ ແມ່ນ “ປະ​ກົດການ” ຂອງ​ປີ 2020

ທ່ານສາດສະດາຈານ Vladimir Mazyrin, ການນຳສູນຄົ້ນຄວ້າ ຫວຽດນາມ ແລະ ອາຊຽນຂອງສະຖາບັນຕາເວັນອອກໄກຂຶ້ນກັບສະພາມະຫາບັນດິດວິທະຍາສາດລັດເຊຍ ໃຫ້ຂໍ້ສັງເກດວ່າ ຜົນສຳເລັດຂອງ ຫວຽດນາມ ໃນປີ 2020 ອາດຖືວ່າແມ່ນ “ປະກົດການ”.

(ພາບປະກອບ/TTXVN)

ເມື່ອຕອບສຳພາດຕໍ່ Sputnik, ທ່ານສາດສະດາຈານ Mazyrin ໃຫ້ຮູ້ວ່າ ໝາກຜົນຕັ້ງໜ້າໃນສະພາບການຊຸດໂຊມ ແລະ ວິກິດການລວມ. ທ້າຍປີ 2020, ຫວຽດນາມ ບັນລຸລະດັບການເຕີບໂຕ 2,91%. ນີ້ແມ່ນຜົນສຳເລັດອັນໃຫຍ່ຫລວງ, ແນ່ນອນວ່າ ຈະຊ່ວຍໃຫ້ ຫວຽດນາມ ບືນຕົວຂຶ້ນອັນດັບສູງກ່ວາໃນບັນດາຕາຕະລາງທັງໝົດຂອງໂລກໃນໄລຍະຈະມາເຖິງ.

ຕາມທ່ານສາດສະດາຈານ Mazyrin ແລ້ວ, ຢູ່ ຫວຽດນາມ, ການຊຸດໂຊມການເຄືື່ອນໄຫວເສດຖະກິດດຳເນີນໃນໄລຍະສັ້ນ, ແມ່ນໃນໄຕມາດ 2 ປີ 2020 - ໄລຍະຈຸດສູງຂອງບັນດາມາດຕະການຕ້ານໂລກລະບາດໂຄວິດ-19. ໄຕມາດ 3, ເສດຖະກິດເຕີບໂຕ 2,69%, ໄຕມາດ 4 ແມ່ນ 4,48%. ຄາດຄະເນວ່າ ໃນໄຕມາດ 1 ປີ 2021, ບັນດາຕົວເລກດັ່ງກ່າວຈະສູງກ່ວາ.

ນັກຊ່ຽວຊານ ລັດເຊຍ ສະຫລຸບວ່າ: ໃນປີ 2020,  ຢູ່ ຫວຽດນາມ, ທຸກການຊຸດໂຊມລ້ວນແຕ່ບໍ່ມີລັກສະນະຫຍໍ້ທໍ້, ບໍ່ແມ່ນຕົວເລກລົບ. ສະນັ້ນ, ຕົວເລກເຕີບໂຕ GDP ຂອງຫວຽດນາມ ປີ 2020 ອາດຈະແມ່ນ 6 – 7%.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top