• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຂ່າວ​ຕ່າງ​ປະ​ເທດ​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ປະ​ຕິ​ບັດ​ມາດ​ຕະ​ການ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄວິດ - 19 ​ວ່ອງ​ໄວ

ຕອບສຳພາດຕໍ່ນັກຂ່າວ BBC ຫວ່າງມໍ່ໆມານີ້, ນັກຂ່າວ David Hutt ໄດ້ຍົກອອກບັນດາຂໍ້ສັງເກດທີ່ຕັ້ງໜ້າ ກ່ຽວກັບເລື່ອງປະຕິບັດມາດຕະການຮັບມືກັບໂລກລະບາດໂຄວິດ - 19 ວ່ອງໄວ  ແລະ ຄົບຊຸດຂອງລັດຖະບານ ຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ - 19, ພິເສດ ແມ່ນການລະບາດຮອບໃໝ່ໃນປັດຈຸບັນ.
ພາບປະກອບ: TTXVN

ນັກຂ່າວ David Hutt ໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ມີຄວາມເປັນເຈົ້າການທີ່ສຸດ ແລະ ປະສົບຜົນສຳເລັດ. ບັນດາມາດຕະການແຍກຫ່າງໃນສັງຄົມ ໄດ້ຍົກອອກມາໂດຍໄວ ແລະ ໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ພື້ນຖານເສດຖະກິດ ຫວຽດນາມ ຍັງມີການເຕີບໂຕ ແລະ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດຢູ່ ອາຊີ ບັນລຸໄດ້ການເຕີບໂຕເສດຖະກິດ.

ຕາມນັກຂ່າວ David Hutt ແລ້ວ, ການລະບາດໂລກລະບາດໂຄວິດ - 19 ໃນຮອບນີ້ ມີ ຈຳນວນຜູ້ຕິດເຊື້ອຫຼາຍກ່ວາ ແລະ ຂອບຂະໜາດກ້ວາງກ່ວາ, ລັດຖະບານ ຫວຽດນາມ ກໍ່ໄດ້ມີມາດຕະການຂ້ຽວຂາດກ່ວາ, ເອົາໃຈໃສ່ເປັນພິເສດຕໍ່ໜ້າທີ່ເສດຖະກິດ ໃນສະພາບການຍຸດທະສາດສັກວັກຊິນກັນໂຄວິດ - 19 ໄດ້ຮັບການຜັນຂະຫຍາຍ ແລະ ບັນດາບົດຮຽນປະຕິບັດການແຍກແຫ່ງໃນສັງຄົມໃນໄລຍະເວລາ 18 ເດືອນທີ່ຜ່ານມາ.

ທ່ານຖືວ່າ ລັດຖະບານ ຫວຽດນາມ ໄດ້ປະຕິບັດເປັນຢ່າງດີ ແລະ ປະຕິບັດມາດຕະການຮັບມືກັບໂລກລະບາດໂຄວິດ - 19 ວ່ອງໄວ ເປັນເຈົ້າການ ແລະ ມີການກະທຳຢ່າງຄົບຊຸດດ້ວຍຫຼາຍມາດຕະການ. ຫວຽດນາມ ບໍ່ພຽງແຕ່ນຳໃຊ້ການແຍກຫ່າງໃນສັງຄົມ, ຢຸດຕິການເຂົ້າເມືອງ, ຊອກຫາຜູ້ຕິດເຊື້ອເທົ່ານັ້ນ ເຊິ່ງບັນດາວິສາຫະກິດທີ່ຖືກຜົນສະທ້ອນກໍ່ໄດ້ຮຽກຮ້ອງຕ້ອງປ່ຽນແປ່ງວິທີການສັບຊ້ອນແຮງງານໂດຍໄວ. ສິ່ງນີ້ໝາຍຄວາມວ່າ ພື້ນຖານເສດຖະກິດກໍ່ອາດຈະເຄື່ອນໄຫວໄດ້ດີທີ່ສຸດທີ່ຈະເຮັດໄດ້.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top