• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກສະແດງຟ້ອນຕຸກກະຕາ ລາວ ວັນນະເລດ ເວດດາວົງ

      ດ້ວຍຄວາມປີຊາສາມາດບັນຊາໂຕຕຸກກະຕາຢ່າງມີພິບໄຫວຂອງຕົນ, ອ້າຍ ວັນນະເລດ ຄວ້າໄດ້ນາມມະຍົດເປັນນັກສະແດງບັນຊາຕຸກກະຕາດີເລີດທີ່ສຸດ.
ອ້າຍ ວັນນະເລດ ເວດດາວົງ, ອາຍຸ 48 ປີ, ແຕ່ໄດ້ປະກອບສ່ວນເຂົ້າໃນພື້ນຖານສີລະປະຟ້ອນຕຸກກະຕາລາວໄດ້ກ່ວາ 30 ປີ. ໂດຍກຳເນີດ ແລະ ເຕີບໂຫຍ່ໃນຄອບຄົວທີ່ບໍ່ມີຜູ້ໃດເຄື່ອນໄຫວໃນຂົງເຂດສີລະປະ, ແຕ່ເມື່ອອາຍຸ 17 ປີ, ອ້າຍ ວັນນະເລດ ເວດດາວົງ ໄດ້ເຂົ້າເຮັດວຽກຢູ່ກອງລະຄອນຟ້ອນຕຸກກະຕາ ລາວ ຈົນຮອດປັດຈຸບັນ. ບໍ່ພຽງແຕ່ແມ່ນນັກສະແດງທີ່ມີຄວາມເກັ່ງກ້າສາມາດເທົ່ານັ້ນ, ອ້າຍ ວັນນະເລດ ເວດດາວົງ ຍັງຜະລິດຄິດສ້າງ, ຄົ້ນຄວ້າກ່ຽວກັບການຟ້ອນຕຸກກະຕາລາວອີກດ້ວຍ. ເຖິງວ່າຍັງບໍ່ທັນໄດ້ຮັບນາມມະຍົດໃດຈາກລັດກໍ່ຕາມ ແຕ່ບັນດານັກສະແດງໜຸ່ມຂອງກອງລະຄອນຟ້ອນຕຸກກະຕາ ລາວ ຍາມໃດກໍ່ນັບຖືວ່າ ອ້າຍ ວັນນະເລດ ເວດດາວົງ ເປັນຜູ້ທີ່ມີປະສົບການ, ເປັນອາຈານ, ເປັນອ້າຍກົກທີ່ສຸດອົກສຸດໃຈ ແລະ ເມົາມົວຕໍ່ອາຊີບ.

ອ້າຍ ວັນນະເລດ ຢູ່ເບື້ອງຊາຍພ້ອມກັບບັນດານັກສະແດງ ລາວ
      ຂ້າພະເຈົ້າໄດ້ພົບກັບອ້າຍ ວັນນະເລດ ຢູ່ທາງຫລັງຂອງຜ້າສາກເວທີ ເມື່ອລາວພວມກະກຽມການຝຶກຊ້ອມສຳລັບງານມະໂຫລານຟ້ອນຕຸກກະຕາສາກົນຄັ້ງທີ 5 ຢູ່ຮ່າໂນ້ຍ, ເຊິ່ງໄດ້ຈັດຕັ້ງໃນຕົ້ນເດືອນ ຕຸລາ ຜ່ານມາ. ລາວເປັນຄົນສູງ, ມີຜິວດຳແດງ ພວມຕັ້ງໃຈໃຊ້ຄີມຫັນເສັ້ນລວດຕໍ່ຂໍ້ສອກມື,  ແລະ ຂາຂອງຕຸກກະຕາເຂົ້າກັບໂຕ ແລະ ຫົວທີ່ເຮັດດ້ວຍຂ້ອງປາ, ແຂນຂາທີ່ເຮັດດ້ວຍໄມ້ຟືນແຫ້ງ. ອ້າຍ ວັນນະເລດ ໃຫ້ຮູ້ວ່າ: ເສັ້ນລວດນ້ອຍໄດ້ເຊື່ອມຈອດບັນດາຂໍ້ແຂນຂາທີ່ງ່າຍດາຍ, ຊອກຫາໄດ້ງ່າຍ ແຕ່ພັດຊ່ວຍໃຫ້ການເຄື່ອນເໜັງຂອງຕຸກກະຕາມີຄວາມຄ່ອງແຄ້ວ. ພິເສດແມ່ນສຳລັບຕຸກກະຕາ “ຊາວນາ” ນີ້ ຕ້ອງມີຜູ້ບັນຊາເຖິງ 2 ຄົນ.
      ແຕ່ຄາວຍັງນ້ອຍ, ອ້າຍ ວັນນະເລດ ເວດດາວົງ ໄດ້ເມົາມົວໃນສີລະປະ. ລາວເຂົ້າຮຽນຂະແໜງຟ້ອນພື້ນເມືອງຢູ່ໂຮງຮຽນສີລະປະ ແລະ ດົນຕີ ລາວ, ແຕ່ບໍ່ໄດ້ກາຍເປັນນັກສີລະປະຟ້ອນ. ລາວ ມັກຮຽນຟ້ອນຕຸກກະຕາໃນເວລາທີ່ລາວໄປຊົມການສະແດງຟ້ອນຕຸກກະຕາຄັ້ງທຳອິດ ຍ້ອນວ່າໃນການຟ້ອນຕຸກກະຕາ ຕ້ອງນຳໃຊ້ທັກສະຂອງນັກຟ້ອນ.

ອ້າຍ ວັນນະເລດ ກຳລັງບັນຊາຕຸກກະຕາ  
      ນອກຈາກວຽກງານສະແດງຟ້ອນຕຸກກະຕາຢູ່ບັນດາງານມະໂຫລານສາກົນ, ຮັບໃຊ້ບັນດາໂຮງຮຽນໃນທົ່ວປະເທດແລ້ວ, ອ້າຍ ວັນນະເລດ ຍັງເປັນຄົນມັກຄົ້ນຄວ້າ, ຊອກຮູ້ກ່ຽວກັບສີລະປະ ຟ້ອນຕຸກກະຕາພື້ນເມືອງຂອງລາວ
      ພວກເພື່ອນຫາກໍ່ໄດ້ຮັບຟັງແມ່ນເທບດົນຕີເປີດສາກການຟ້ອນຕຸກກະຕາ “ສຽງບ້ານຂ້ອຍ”, ນີ້ແມ່ນແນວຄວາມຄິດໂດຍອ້າຍ ວັນນະເລດ ສະເໜີແນະນຳໃຫ້. ອ້າຍ ວັນນະເລດ ແມ່ນໜຶ່ງໃນຈຳນວນ 17 ນັກສີລະປິນ ແລະ ແມ່ນຜູ້ທີ່ມີອາຍຸສູງທີ 3 ຂອງກອງລະຄອນຟ້ອນຕຸກກະຕາແຫ່ງຊາດ ລາວ ດັ່ງນັ້ນ ຈຶ່ງມີໂອກາດໄປສະແດງຢູ່ຫລາຍແຫ່ງ, ຫລາຍປະເທດໃນໂລກ. ອ້າຍ ວັນນະເລດ ຖືນີ້ແມ່ນໂອກາດເພື່ອໄດ້ຮ່ຳຮຽນ, ຊອກຮູ້ກ່ຽວກັບການຟ້ອນຕຸກກະຕາໃນໂລກ ແລະ ກໍ່ແມ່ນໂອກາດເພື່ອໂຄສະນາພື້ນຖານການຟ້ອນຕຸກກະຕາ ລາວ, ວັດທະນະທຳ ລາວ ອອກສູ່ໂລກ.
      ສຳລັບບັນດານັກສະແດງໜຸ່ມໃນກອງລະຄອນຟ້ອນຕຸກກະຕາແຫ່ງລາດ ລາວ, ອ້າຍ ວັນນະເລດ ທັງເປັນເພື່ອນຮ່ວມອາຊີບທັງເປັນອາຈານ. ອ້າຍແນະນຳນັບແຕ່ການຝຶກແອບຮ່າງກາຍ, ວິທີການສະແດງບົນເວທີ…
      ເບິ່ງລາວບັນຊາໂຕຕຸກກະຕາທີ່ເຮັດດ້ວຍຂ້ອງປາ  ແຕ່ຕີນມືເບິ່ງຄືວ່າມີການເຄື່ອນໄຫວຢ່າງມີໄຫວພິບ. ສ່ວນຫົວຂອງໂຕຕຸກກະຕາ, ການເຄື່ອນເໜັງເກົາຫົວຂອງໂຕຕຸກກະຕາ. ຂ້າພະເຈົ້າມັກທີ່ສຸດບັນດາການເຄື່ອນເໜັງນັ້ນ.
ດ້ວຍຄວາມປີຊາສາມາດບັນຊາໂຕຕຸກກະຕາຢ່າງມີພິບໄຫວຂອງຕົນ, ອ້າຍ ວັນນະເລດ ຄວ້າໄດ້ນາມມະຍົດເປັນນັກສະແດງບັນຊາຕຸກກະຕາດີເລີດທີ່ສຸດ. ອ້າຍໃຫ້ຮູ້ວ່າ: ນີ້ແມ່ນກຳລັງໃຈອັນໃຫຍ່ຫລວງ ເພື່ອໃຫ້ອ້າຍສູ້ຊົນໃນພາລະກິດຂອງຕົນໃຫ້ດີກ່ວາອີກ.
 (ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top