• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານສາກົນຍ້ອງຍໍຊົມເຊີຍຜົນງານການພັດທະນາເສດຖະກິດຂອງ ຫວຽດນາມ

      ໜັງສືພິມ Times of India ຂອງ ອິນເດຍ ຫາກໍ່ຄັດສະເໜີບົດຂຽນຂອງທ່ານ S D Pradhan, ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ ໂດຍເນັ້ນໜັກວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຕົວ ດ້ວຍແງ່ຫວັງທີ່ເປັນໜ້າຊື່ນຊົມ ແລະ ເລື່ອງລາວກ່ຽວກັບການເຕີບໂຕເສດຖະກິດຂອງ ຫວຽດນາມ ປຽບເໝືອນດັ່ງ “ອະພິນິຫານ”.

ພາບປະກອບ/ kinhtedothi.vn
      ຕາມນັກຊ່ຽວຊານ Pradhan ແລ້ວ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ຫວຽດນາມ ໄດ້ຮັບການຄາດຄະເນວ່າ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ທະນາຄານພັດທະນາອາຊີ (ADB) ຄາດຄະເນວ່າ ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕ 4,8% ໃນປີ 2020 ແລະ ຈະຟື້ນຕົວຢູ່ໃນລະດັບ 6,8% ໃນປີ 2021 ດ້ວຍເງື່ອນໄຂແມ່ນສາມາດຄວບຄຸມໂລກລະບາດໄດ້.
        ນັກຊ່ຽວຊານ Pradhan ໄດ້ຄັດສະເໜີການຕີລາຄາຂອງເວທີປາໄສເສດຖະກິດໂລກ (WEF) ທີ່ຖືວ່າ: ການຟື້ນຟູຂອງພື້ນຖານເສດຖະກິດ ແມ່ນຍ້ອນ ຫວຽດນາມ ໄດ້ຍູ້ແຮງການຫັນການຄ້າເປັນເສລີ, ປະຕິບັດການປະຕິຮູບ ກໍ່ຄືລົງທຶນຢ່າງແຮງເຂົ້າແຫຼ່ງທຶນ, ຊັບພະຍາກອນມະນຸດ ແລະ ກຳລັງວັດຖຸ, ຕົ້ນຕໍແມ່ນຜ່ານບ້ວງເງິນລົງທຶນສາທາລະນະ. ເສດຖະກິດ ຫວຽດນາມ ໄດ້ຮັບການຕີລາຄາວ່າ ພັດທະນາຢ່າງວ່ອງໄວ ແລະ ບືນຕົວຂຶ້ນໃຫ້ມີລະບັບລາຍຮັບສະເລ່ຍປານກາງ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນປີ 2019, ລະດັບຄວາມໄວການເຕີບໂຕເສດຖະກິດຂອງ ຫວຽດນາມ ແມ່ນຫລາຍກ່ວາ 7% ສູງກ່ວາຫລາຍປະເທດໃນພາກພື້ນ ອາຊີ.
        ແລະໃນວັນທີ 23 ກໍລະກົດ, ທະນາຄານ Standard Chartered ຫາກໍ່ປະກາດບົດລາຍງານການຄົ້ນຄວ້າທົ່ວໂລກໄຕມາດ 2 ປີ 2020 ທີ່ມີຫົວຂໍ້ວ່າ “The aftershock”. ຕາມບົດລາຍງານດັ່ງກ່າວແລ້ວ, ທະນາຄານ Standard Chartered ໄດ້ຍົກອອກການຄາດຄະເນຕໍ່ພື້ນຖານເສດຖະກິດ ຫວຽດນາມ ວ່າຈະເຕີບໂຕ 3% ໃນປີ 2020 ແລະ ແມ່ນລະດັບເພີ່ມຂຶ້ນຕ່ຳທີ່ສຸດໃນຫລາຍປີມານີ້ ຍ້ອນຄວາມຕ້ອງການຂອງຕະຫລາດໂລກຫລຸດລົງ.
        ທ່ານ Chidu Narayanan, ນັກຊ່ຽວຊານດ້ານເສດຖະກິດພາກພື້ນອາຊີ, ຂຶ້ນກັບທະນາຄານ Standard Chartered ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ. ພ້ອມກັນນັ້ນ, ບັນດາສິ່ງທ້າທາຍຈາກພື້ນຖານເສດຖະກິດທົ່ວໂລກຈະເຮັດໃຫ້ລະດັບຄວາມໄວການເຕີບໂຕຫລຸດລົງສ່ວນໃດສ່ວນໜຶ່ງ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top