ນັກຂ່າວ Hantao, ໜັງສືພິມລາຍວັນອາຊີ - ປາຊີຟິກ (APD) ໄດ້ແບ່ງປັນວ່າ: ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວິວັດການປ່ຽນແປງໃໝ່ ຍ້ອນອີງໃສ່ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ. ຕາມທ່ານນາງ Hantao ແລ້ວ, “ການຕັດສິນຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ໃນການນຳພາປະເທດ ຫວຽດນາມ ເປີດປະຕູກັບໂລກ ຈະປະກອບສ່ວນເຂົ້າຄວາມວັດທະນາຖາວອນຂອງພື້ນຖານເສດຖະກິດ ແລະ ຍົກສູງທີ່ຕັ້ງສາກົນຂອງປະເທດຊາດ.”
ແບ່ງປັນກ່ຽວກັບບັນຫານີ້, ນັກຂ່າວ Stefan Kuhner ຂອງໜັງສືພິມພັກກອມມູນິດ ເຢຍລະມັນ ຕີລາຄາວ່າ “ຫວຽດນາມ ພວມເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ບັນດາບັນຫາສາກົນ. ໃນພາກພື້ນ ອາຊຽນ, ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມສະໜິດຕິດພັນຂອງບັນດາປະເທດມີຄວາມສຳຄັນຄືແນວໃດ.”ເຕື້ອງເຖິງວິວັດການປ່ຽນແປງໃໝ່ຂອງ ຫວຽດນາມ, ທ່ານ Hussain Janjua, ນັກຊ່ຽວຊານດ້ານສື່ມວນຊົນຊາວ ອິນເດຍ ໃຫ້ຮູ້ວ່າ ຍ້ອນອີງໃສ່ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຫວຽດນາມ ບັນລຸໄດ້ບັນດາຜົນງານຍິ່ງໃຫຍ່ໃນທຸກດ້ານ ພິເສດແມ່ນເສດຖະກິດ. ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19 ກໍຕາມ, ແຕ່ລະດັບການເຕີບໂຕຂອງ ຫວຽດນາມ ຍັງຄົງບັນລຸໄດ້ 2,91%.
(ແຫຼ່ງຄັດຈາກ VOV)