• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກກິລາທີ 12 ຂອງ ຫວຽດນາມ ຍາດໄດ້ສິດເຂົ້າຮ່ວມ Olympic Paris 2024

ນັກກິລາຍິງທະນູ ເລກວກຟອງ ກາຍເປັນນັກກິລາທີ 12 ຂອງຄະນະນັກກິລາ ຫວຽດນາມ ທີ່ຍາດໄດ້ສິດເຂົ້າຮ່ວມ Olympic Paris 2024 ຢ່າງເປັນທາງການ.
ເລກວກຟອງ ນັກກິລາຍິງທະນູຊາຍ (ພາບ: ກິລາ ຫວຽດນາມ)

ເລກວກຟອງ ແມ່ນນັກກິລາຍິງທະນູຊາຍດີເດັ່ນຂອງປະເພດກິລາຍິງທະນູ ຫວຽດນາມ ລອດເຂົ້າຮອບຮອງຊະນະເລີດ Olympic ສຸດທ້າຍ, ເຊິ່ງແມ່ນການຄັດເລືອກນັກກິລາ 5 ຄົນເຂົ້າຮ່ວມ Olympic Paris 2024.

        ກ່ອນໜ້ານັ້ນ, ກິລາ ຫວຽດນາມ ມີ 11 ຄົນຍາດໄດ້ສິດເຂົ້າຮ່ວມ Olympic, ລວມມີ: ນັກກິລາຍິງ ຫງວຽນທິເທີດ (ລົດຖີບ), ຫງວຽນຮຸຍຮ່ວາງ (ລອຍນ້ຳ), ຈິ້ງທູວິງ ແລະ ເລທິມົ້ງຕວ່ຽນ (ຍິງປືນ), ຈິ້ງວັນວິງ (ຍົກນ້ຳໜັກ), ຫງວຽນທິເຮືອງ (ແຂ່ງເຮືອຄານູ), ຟ້າມທິເຫວະ (ພາຍເຮືອ rowing), ຫງວຽນຖຸຍລິງ ແລະ ເລດຶກຟາດ (ຕີດອກປີກໄກ່), ຫວໍທິກິມແອັງ ແລະ ຮ່າທິລິງ (ຕີມວຍ).

(ແຫຼ່ງຄັດຈາກ VOV)

ວ​ຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ, ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ແມ່ນ​ໜ້າ​ທີ່​ອັນ​ສັກ​ສິດ​ຕໍ່​ປ​ະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ

ວ​ຽກ​ງານ​ຊອກ​ຫາ, ເຕົ້າ​ໂຮມ, ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ແມ່ນ​ໜ້າ​ທີ່​ອັນ​ສັກ​ສິດ​ຕໍ່​ປ​ະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ

ປະ​ຊາ​ຊົນ ຫວຽດ​ນາມ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ບໍ່​ມີ​ວັນ​ລື່ມ​ບຸກ​ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ຊາດ, ນັ້ນ​ແມ່ນຫຼັກ​ສິນ​ທຳ ແລະ ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ.

Top