ເນື່ອງໃນໂອກາດກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ຢູ່ດ່ານັງ, ທ່ານ Kim Sang Yeol, ຫົວໜ້າສະຖານກົງສູນໃຫຍ່ກິຕິມະສັກ ຫວຽດນາມ ຢູ່ພາກພື້ນ Gwangju-Chonnam, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດກໍ່ສ້າງ Hoban, ປະທານສະຖານີໂທລະພາບ KBC
ໄດ້ມີບັນດາຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບຜົນງານການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ. ຕາມຂໍ້ສັງເກດຂອງທ່ານ Kim Sang Yeol ແລ້ວ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼາຍຢ່າງໃນຂົງເຂດເສດຖະກິດ, ສັງຄົມພາຍຫຼັງທີ່ປະຕິບັດບັນດານະໂຍບາຍປະຕິຮູບເປີດປະຕູໃນຕະຫຼອດກວ່າ 30 ປີ ຜ່ານມາ.
ທ່ານ Kim Sang Yeol ຕີລາຄາວ່າ ຫວຽດນາມ ພວມແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ດູດດື່ມດ້ວຍກາລະໂອກາດສະດວກຫຼາຍຢ່າງ ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ ເວົ້າລວມ, ບັນດາວິສາຫະກິດ ສາທາລະນະລັດເກົາຫຼີ ເວົ້າສະເພາະ ຍູ້ແຮງການເຄື່ອນໄຫວລົງທຶນດຳເນີນທຸລະກິດໃນໄລຍະຈະມາເຖິງ. ນອກຈາກນັ້ນ, ຕາມທ່ານແລ້ວ ຫວຽດນາມ ກຳລັງຢູ່ໃນໄລຍະມີອັດຕາສ່ວນພົນລະເມືອງໃນເກນອາຍຸເຮັດວຽກໄດ້ຫຼາຍກວ່າ, ແຫຼ່ງຊັບພະຍາກອນມະນຸດຫຼວງຫຼາຍ ແລະ ຄ່າຈ້າງກຳມະກອນມີລັກສະນະແກ່ງແຍ້ງ.
ກ່ຽວກັບຖານະບົດບາດຂອງ ຫວຽດນາມ ທີ່ເວທີປາໄສຮ່ວມມືສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ APEC 2017, ທ່ານ Kim Sang Yeol ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດສະມາຊິກຕັ້ງໜ້າ ແລະ ມີຫຼາຍຂໍ້ລິເລີ່ມ ກໍ່ຄື ໄດ້ປະກອບສ່ວນສຳຄັນຢູ່ຫຼາຍກົນໄກຮ່ວມມືສາກົນ ແລະພາກພື້ນ.

(ແຫຼ່ງຄັດຈາກ VOV)