ຂ່າວສານ
ນະຄອນ ໂຮ່ຈີມິນ ພັດທະນາເສດຖະກິດຕິດພັນກັບຄວາມຍຸຕິທຳສັງຄົມ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ
ໃນການພົບປະກັບຜູ້ມີສິດເລືອກຕັ້ງບັນດາຕາແສງ ຢຽນຮົ່ງ, ບິ່ງເຕີຍ, ເວື່ອນລ່າຍ, ບິ່ງຕຽນ… ທີ່ດຳເນີນໃນຕອນບ່າຍວັນທີ 11 ພຶດສະພາ, ທ່ານ ເຈິ່ນລຶວກວາງ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ທາງນະຄອນພວມມານະພະຍາຍາມຮັບປະກັນຄວາມກົມກ່ຽວລະຫວ່າງເປົ້າໝາຍພັດທະນາເສດຖະກິດກັບຄວາມຍຸຕິທຳສັງຄົມ, ຍົກສູງຄຸນນະພາບການດຳລົງຊີວິດ ແລະ ແກ້ໄຂບັນດາບັນຫາຕົວເມືອງ. ນະຄອນ ຈະເລີ່ມລົງມືກໍ່ສ້າງຫຼາຍໂຄງການໂຄງລ່າງຂະໜາດໃຫຍ່ເຊັ່ນ: ບັນດາເສັ້ນທາງລົດໄຟຕົວເມືອງ, ເຊື່ອມຕໍ່ສະໜາມບິນ, ທ່າກ່ຳປັ່ນ ແລະ ບັນດາກິດຈະກຳຄົມມະນາຄົມຈຸດສຸມ. ກ່ຽວກັບດ້ານສາທາລະນະສຸກຂັ້ນຮາກຖານ, ທາງນະຄອນພວມມຸ່ງໄປເຖິງຮູບແບບທ່ານໝໍຄອບຄົວ ແນໃສ່ດູແລສຸຂະພາບຂອງປະຊາຊົນແຕ່ໄວ, ແຕ່ໄກ ເພື່ອຫຼຸດຜ່ອນກຳລັງກົດດັນໃຫ້ແກ່ໂຮງໝໍຂັ້ນເທິງ. ທ່ານ ເຈິ່ນລຶວກວາງ ເນັ້ນໜັກວ່າ ທຸກເປົ້າໝາຍພັດທະນາສຸດທ້າຍຂອງນະຄອນ ແມ່ນມຸ່ງໄປເຖິງເລື່ອງ ປະຊາຊົນມີຊີວິດການເປັນຢູ່ທີ່ດີກວ່າ, ບໍ່ພຽງແຕ່ທາງດ້ານວັດຖຸເທົ່ານັ້ນ ຫາກນັບທັງສະພາບແວດລ້ອມແຫ່ງການດຳລົງຊີວິດ, ວັດທະນະທຳ ແລະ ຄວາມປອດໄພໃນສັງຄົມອີກດ້ວຍ.
“ຢູ່ທີ່ນີ້ບໍ່ພຽງແຕ່ມີການກິນແຊບ, ນຸ່ງເຄື່ອງງາມກວ່າ, ເຮືອນຊານໃຫຍ່ໂຕສວຍງາມກວ່າເທົ່ານັ້ນ ຫາກນັບທັງຊີວິດທາງດ້ານຈິດໃຈກໍຕ້ອງມີຄວາມສີວິໄລກວ່າ, ສຸພາບກວ່າ, ປອດໄພກວ່າ ແລະ ຄຸນນະພາບການດຳລົງຊີວິດດີກວ່າອີກດ້ວຍ. ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນທີ່ໄດ້ຮັບຄວາມຫວັງຢ່າງໃຫຍ່ຫຼວງທີ່ສຸດໃນການປະຕິບັດເປົ້າໝາຍນີ້. ພວກເຮົາມີຊບພະຍາກອນ, ມີປະສົບການ ແລະ ມີກຳລັງບົ່ມຊ້ອນເພື່ອພັດທະນາ. ດັ່ງນັ້ນ, ການນຳນະຄອນກຳນົດ ຕ້ອງຂ້ຽວຂາດນຳໜ້າປະຕິບັດໜ້າວຽກດັ່ງກ່າວ”.







