• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ

 ວັນທີ 25 ມີນາ, ຢູ່ນະຄອນ ໂຮ່ຈິມິນ, ສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນການເມືອງ - ການປົກຄອງ ວຽງຈັນ (ປະເທດລາວ) ໄດ້ສົມທົບກັນເພື່ອຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ.

ການນຳສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນການເມືອງ - ການປົກຄອງ ວຽງຈັນ (ພາບ: ແທງຫວູ/TTXVN)

ວັນທີ 25 ມີນາ, ຢູ່ນະຄອນ ໂຮ່ຈິມິນ, ສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນການເມືອງ - ການປົກຄອງ ວຽງຈັນ (ປະເທດລາວ) ໄດ້ສົມທົບກັນເພື່ອຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບ “ການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງໃນການປະຕິວັດອຸດສາຫະກຳ 4.0”. ນີ້ແມ່ນໂອກາດເພື່ອບັນດານັກວິທະຍາສາດສຸມໃສ່ເຮັດແຈ້ງບັນດາຜົນກະທົບຂອງໂລກາພິວັດ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ເຖິງການເຄື່ອນໄຫວຂອງພະນັກງານ, ພາລະກອນ, ພ້ອມທັງຕີລາຄາສະພາບຕົວຈິງຂອງຖັນແຖວພະນັກງານ, ພາລະກອນເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກກໍ່ຄືຂໍ້ສະເໜີແນະບັນດາ ມາດຕະການແກ້ໄຂກ່ຽວກັບແຜນກຳນົດ, ບຳລຸງສ້າງ, ຍຸດທະສາດການດຶງດູດ, ການສັບຊ້ອມນຳໃຊ້ພະນັກງານ, ພາລະກອນທີ່ມີຄຸນນະພາບສູງຂອງນະຄອນ ໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ. ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ຄູອາຈານຂອງ ສະຖາບັນພະນັກງານນະຄອນໂຮ່ຈິມິນ ແລະ ສະຖາບັນ ການເມືອງ - ການປົກຄອງ ວຽງຈັນ ໄດ້ຕີລາຄາຫຼາຍມູມມອງກ່ຽວກັບບັນດາຜົນກະທົບໃນທົ່ວໂລກຂອງການປະຕິວັດວິທະຍາສາດເຕັກໂນໂລຢີສຳລັບການເຄື່ອນໄຫວຂອງຖັນແຖວພະນັກງານ, ພາລະກອນ, ແລະ ບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກເພື່ອພັດທະນາຖັນແຖວພະນັກງານໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫມ່ຂອງສັງຄົມ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top