• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້າຍເດືອນກຸມພາ 2021, ຫວຽດນາມ ຈະມີວັກຊິນກັນພະຍາດໂຄວິດ - 19 ຈຳນວນ 5 ລ້ານ ໂດສ

      ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນເຈົ້າການ ແລະ ປັດຈຸບັນໄດ້ປະຕິບັດສຳເລັດໂດຍພື້ນຖານລະບຽບການຮັບເອົາວັກຊິນກັນພະຍາດໂຄວິດ - 19 ຂອງ ກົນໄກ COVAX ທົ່ວໂລກ.
(ພາບປະກອບ: nhandan.com.vn)
      ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ກັບທ້ອງຖິ່ນຕ່າງໆ ໃນວັນທີ 15 ກຸມພາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນເຈົ້າການ ແລະ ປັດຈຸບັນໄດ້ປະຕິບັດສຳເລັດໂດຍພື້ນຖານລະບຽບການຮັບເອົາວັກຊິນກັນພະຍາດໂຄວິດ - 19 ຂອງ ກົນໄກ COVAX ທົ່ວໂລກ (COVAX facility). ທ້າຍເດືອນ ກຸມພາ ປີ 2021, ຖ້າຫາກວ່າສັບຊ້ອນຖ້ຽວບິນທັນເວລາ ແລະ ປະຕິບັດສຳເລັດລະບຽບການໄດ້ເປັນຢ່າງດີ, ຫວຽດນາມ ຈະຮັບເອົາວັກຊິນກັນພະຍາດໂຄວິດ - 19 ຈາກ 2 ແຫຼ່ງສະໜອງ, ນັ້ນແມ່ນ ກົນໄກ COVAX ທົ່ວໂລກ ດ້ວຍຈຳນວນ 4,88 ລ້ານໂດສ ແລະ ນຳເຂົ້າກວ່າ 117.000 ໂດສ.
        ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສະເໜີ 2 ແບບວິທີສັກວັກຊິນກັນພະຍາດໂຄວິດ - 19. ທີໜຶ່ງແມ່ນ ສັກໃຫ້ແກ່ 2 ລ້ານຄົນ, ທີສອງແມ່ນ ສັກໃຫ້ແກ່ເປົ້າໝາຍບຸລິມະສິດ ຄື ກຳລັງຢູ່ແນວໜ້າປ້ອງກັນ, ສະກັດກັ້ນໂລກລະບາດ ຈຳນວນກວ່າ 5 ລ້ານຄົນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top