• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ເຍົາວະ​ຊົນ​ອະນຸຊົນຢູ່​ແຂວງ​ກວ໋າງນາມ

ນີ້ແມ່ນປີທໍາອິດທີ່ເດັກນ້ອຍເຂດພູດອຍແຂວງກວ໋າງນາມ ໄດ້ກິນນໍ້ານົມຢູ່ໂຮງຮຽນ ໃນໂຄງການ “ນໍ້ານົມໃນໂຮງຮຽນ” ແຫ່ງຊາດ.

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ແຂວງກວ໋າງນາມ (ພາບ: TTXVN)

ຕອນເຊົ້າວັນທີ 1 ມິຖຸນາ, ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ, ປະທານສະພາ ອຸປະກາລະ ກອງທຶນອຸປະກາລະເດັກ ຫວຽດນາມ ໄດ້ໄປຢ້ຽມຢາມເດັກທີ່ໂຮງຮຽນປະຖົມ ກິມດົ່ງ, ເທດສະບານ ຈ່າມີ, ເມືອງຈ່າມີເໜືອ, ແຂວງກວ໋າງນາມ. ນີ້ແມ່ນປີທໍາອິດທີ່ເດັກນ້ອຍເຂດພູດອຍແຂວງກວ໋າງນາມ ໄດ້ກິນນໍ້ານົມຢູ່ໂຮງຮຽນ ໃນໂຄງການ “ນໍ້ານົມໃນໂຮງຮຽນ” ແຫ່ງຊາດ.

ນັກຮຽນປະມານ 33.000 ຄົນ ຢູ່ 6 ເມືອງເຂດພູດອຍ ເຊິ່ງລວມມີ: ບັກຈ່າມີ, ນາມຈ່າມີ, ດົງຢາງ, ນາມຢາງ, ໄຕຢາງ ແລະ ເຟຶອກເຊີນ ໄດ້ຮັບນໍ້ານົມກັບທໍາອິດ ໂດຍທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ມອບໃຫ້. ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ ກໍໄດ້ມອບເງິນຈໍານວນ 3 ຕື້ດົ່ງ ຈາກ ກອງທຶນອຸປະກະລະເດັກ ຫວຽດນາມ ເພື່ອໜູນຊ່ວຍເມືອງ ບັກຈ່າມີ, ແຂວງກວ໋າງນາມ ກໍ່ສ້າງຫໍພັກໃນໂຮງຮຽນໃຫ້ແກ່ເດັກ.

 (ແຫຼ່ງຄັດຈາກ VOV)

ງານວາງສະແດງພາບຖ່າຍກ່ຽວກັບໄຊຊະນະດ້ຽນບຽນຝູ ຢູ່ ສປປ ລາວ

ງານວາງສະແດງພາບຖ່າຍກ່ຽວກັບໄຊຊະນະດ້ຽນບຽນຝູ ຢູ່ ສປປ ລາວ

ງານວາງສະແດງດັ່ງກ່າວໄດ້ວາງສະແດງຮູບຖ່າຍເອກະສານ 200 ຢ່າງທີ່ລ້ຳຄ່າຊຶ່ງໄດ້ຈັດເປັນ 4 ພາກ. ພາກທີ 1 ສຸມໃສ່ບັ້ນຮົບ ລະດູໜາວ ຕໍ່ລະດູບານໃໝ່ 1953 – 1954.

Top