ຂ່າວສານ
ທ່ານເລຂາທິການໃຫ່ຍ ໂຕເລິມ ເຂົ້າຮ່ວມພິທີສະຫຼອງຮູບປັ້ນປະທານ ໂຮ່ຈິມິນ ຢູ່ ສປປ.ເກົາຫຼີ
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສປປ.ເກົາຫຼີ ແລະ ເຂົ້າຮ່ວມພິທີສະຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ, ຕອນເຊົ້າວັນທີ 10 ຕຸລາ, ທ່ານເລຂາທິການໃຫ່ຍ ໂຕເລິມ ເຂົ້າຮ່ວມພິທີສະຫຼອງຮູບປັ້ນປະທ່ານ ໂຮ່ຈິມິນ ໃນຂອບເຂດສະຖານທູດ ຫວຽດນາມ ປະຈຳ ສປປ.ເກົາຫຼີ. ນະທີ່ນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ແລະ ທ່ານ Cho Yong Won ກຳມະການປະຈຳກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກແຮງງານ ສປປ.ເກົາຫຼີ, ໄດ້ຕັດແຖບຜ້າສະຫຼອງຮູບປັ້ນປະທ່ານ ໂຮ່ຈິມິນ.
ແລະ ກໍ່ໃນວັນດຽວກັນ, ເມື່ອໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສປປ.ເກົາຫຼີ, ທ່ານເລຂາທິການໃຫ່ຍ ໂຕເລິມ ຢືນຢັນວ່າ, ການຢ້ຽມຢາມທາງລັດຖະກິດ ສປປ.ເກົາຫຼີ ຄັ້ງນີ້ ແມ່ນການເຄື່ອນໄຫວທາງການທູດພິເສດສຳຄັນໃນປີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ- ສປປ.ເກົາຫຼີ (31/01/1950 - 31/01/2025), ແມ່ນໂອກາດສຳຄັນເພື່ອຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປຊຊ ຫວຽດນາມ ຊື່ງຍາມໃດກໍ່ຢາກຮັກສາ ແລະ ພັດທະນາ ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດ ແລະ ປຊຊ ສປປ.ເກົາຫຼີ ກ່ວາອີກ.
ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 10 ຕຸລາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປວັງ ດວງສຸລິຍາ Kumsusan ວາງພວງມາລາອາໄລຫາປະທານ Kim il Sung ແລະ ທ່ານເລຂາທິການໃຫຍ່ Kim Jong Il.
ຕອນແລງຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຍັງເຂດປົກຄອງ Mangyongdae, ຢ້ຽມຢາມບ້ານເກີດຂອງປະທານ Kim il Sung; ຢ້ຽມຢາມຫໍພິພິທະພັນພັດທະນາສິລະປະດົນຕີ, ບ່ອນທີ່ສະແດງໃຫ້ເຫັນໂດຍສັງເຂບວິວັດທະນາການປະຫວັດສາດພັດທະນາຂອງສິລະປະດົນຕີປະຕິວັດ ສ.ເກົາຫຼີ.
ເນື່ອງໃນໂອກາດນີ້, ຢູ່ນະຄອນຫຼວງ ພຽງຢາງ ສອງຝ່າຍກໍໄດ້ດຳເນີນພິທີເຊັນເອກະສານຮ່ວມມືສອງຝ່າຍ ຫວຽດນາມ - ສປປ.ເກົາຫຼີ.