ຂ່າວສານ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນທ່ານ Vladimir Putin ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ລັດເຊຍ ອີກສະໄໝໜຶ່ງ
ເນື່ອງໃນໂອກາດທ່ານ Vladimir Putin ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ອີກສະໄໝໜຶ່ງ, ຕາງໜ້າໃຫ້ພັກ, ລັດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍອວຍພອນທ່ານປະທານາທິບໍດີ Vladimir Putin.