ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ສື່ມວນຊົນຕ້ອງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈສັງຄົມ, ປົກປ້ອງພື້ນຖານແນວຄິດຂອງພັກ
ເນື່ອງໃນໂອກາດສະເຫຼີມສະຫຼອງ 101 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925- 21/06/2026,) ຕອນບ່າຍວັນທີ 16 ມິຖຸນາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ໄດ້ ພົບປະກັບນັກຂ່າວດີເດັ່ນ 101 ຄົນທີ່ຍາດໄດ້ລາງວັນສື່ມວນຊົນລະດັບຊາດໃນທຸກປີພ້ອມກັບບັນດານັກຂ່າວອາວຸໂສ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດັ່ງນັ້ນສື່ມວນຊົນຕ້ອງຮັກສາຄຸນທາດການເມືອງຢ່າງໝັ້ນແກ່ນ, ຍົກສູງຄຸນນະພາບການຖະແຫຼງຂ່າວ, ຮັບຟັງຊີວິດການເປັນຢູ່, ເວົ້າຄວາມຈິງ, ຖືກຕ້ອງກັບບັນຫາ ແລະ ມີຄວາມຮັບຜິດຊອບຕໍ່ພັກ, ຕໍ່ລັດ, ຕໍ່ປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນ 5 ບັນຫາກ່ຽວກັບວຽກງານສື່ມວນຊົນໃນໄລຍະຈະມາເຖິງ, ໃນນັ້ນສື່ມວນຊົນຕ້ອງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈສັງຄົມ, ປົກປ້ອງພື້ນຖານແນວຄິດຂອງລັດ, ປະຕິບັດວຽກງານໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງພັກ ເປັນຢ່າງດີ; ຕໍ່ສູ້ກັບຂ່າວຄາວບໍ່ມີມູນຄວາມຈິງ, ເປັນປໍລະປັກ… ສື່ມວນຊົນຕ້ອງຕິດແທດຕົວຈິງ, ເຄົາລົບຄວາມເປັນຈິງ, ຖືຜົນປະໂຫຍດຂອງປະຊາຊົນເປັນບ່ອນເລີ່ມຕົ້ນ, ບັນດານັກຂ່າວສືບຕໍ່ສະຫງວນເວລາຫຼາຍກວ່າອີກໃຫ້ແກ່ຮາກຖານ, ໃຫ້ແກ່ບັນດາບັນຫາແທດຈິງຂອງປະຊາຊົນ, ວິສາຫະກິດ, ທ້ອງຖິ່ນ, ພົບເຫັນບັນດາຂໍ້ຕິດຂັດໃນການປະຕິບັດນະໂຍບາຍຢ່າງທັນການ, ສ່ອງແສງຮູບແບບທີ່ດີ, ວິທີການເຮັດທີ່ດີ.






