• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ໂຮນ​ລັງ

ການນຳສອງທ່ານໄດ້ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານນາງຮອງນາຍົກລັດຖະມົນຕີ ໂຮນລັງ Carola Schouten (ພາບ: VGP)

ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ໂຮນລັງ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ໂຮນລັງ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວບຄຸມແຫຼ່ງນ້ຳ, ວັນທີ 26 ມິຖຸນາ, ຢູ່ La Hay ທ່ານນາງຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມີການເຈລະຈາກັບທ່ານນາງຮອງນາຍົກລັດຖະມົນຕີ ໂຮນລັງ Carola Schouten.

ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ຢັ້ງຢືນຄວາມຕັດສິນໃຈນຳການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ໂຮນລັງເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມປາດຖະໜາຂອງການນຳ ແລະ ປະຊາຊົນສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  ສະເໜີວ່າ ໂຮນລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ແລະ ສະໜັບສະໜູນຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ຕໍ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໂດຍໄວ, ສະເໜີໃຫ້ໂຮນລັງຊຸກຍູ້ການຮ່ວມມືກັບ ຫວຽດນາມ ບໍ່ພຽງແຕ່ໃນຂົງເຂດການເມືອງ, ເສດຖະກິດເທົ່ານັ້ນ ຫາກຍັງກ່ຽວກັບວັດທະນະທຳສັງຄົມ, ປະກັນໄພສັງຄົມ, ປົກປ້ອງ, ເບິ່ງແຍງດູແລ, ການສຶກສາສຳລັບເດັກນ້ອຍ, ຄວາມສະເໝີພາບລະຫວ່າງ ຍິງຊາຍ, ພັດທະນາແຫຼ່ງບຸກຄະລາກອນ…

ສ່ວນທ່ານນາງຮອງນາຍົກລັດຖະມົນຕີ ໂຮນລັງ ຫວັງວ່າ ຫວຽດນາມ ຈະສະໜັບສະໜູນ Amsterdam ເພີ່ມທະວີການພົວພັນກັບ ອາຊຽນ. ການນຳສອງທ່ານໄດ້ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top