• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຢູ່ ກຸຍ​ບາ​

ViMariel ແມ່ນໂຄງການທີ່ມີທຶນ 100% ຈາກຕ່າງປະເທດ ດ້ວຍຂອບເຂດ 150 ເຮັກຕາ, ເຂດເສດຖະກິດນີ້ນອນໃນເຂດພັດທະນາພິເສດ Mariel, ຫ່າງຈາກນະຄອນຫຼວງ La Habana ເກືອບ 50 ກີໂລແມັດ ແລະ ໄດ້ຮັບການພັດທະນາເພື່ອກາຍເປັນເຂດອຸດສາຫະກຳໃຫຍ່ທີ່ສຸດຂອງ ກຸຍບາ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢ້ຽມຢາມເຂດອຸດສາຫະກຳ ຫວຽດນາມ ຢູ່ ກຸຍບາ (ພາບ: VGP/TTXVN)

ຕອນບ່າຍວັນທີ 16 ກັນຍາ, ໃນຂອບເຂດການຢ້ຽມຢາມ ກອງປະຊຸມສຸດຍອດ G77 ແລະ ຈີນ, ການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຸຍບາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ຄະນະຜູ້ແທນ ໄດ້ໄປຢ້ຽມຢາມ ເຂດອຸດສາຫະກຳ ViMariel ເຊິ່ງແມ່ນເຂດເສດຖະກິດທຳອິດ ແລະ ໜຶ່ງດຽວໂດຍ ວິສາຫະກິດ ຫວຽດນາມ ລົງທຶນກໍ່ສ້າງຢູ່ ກຸຍບາ.

ViMariel ແມ່ນໂຄງການທີ່ມີທຶນ 100% ຈາກຕ່າງປະເທດ ດ້ວຍຂອບເຂດ 150 ເຮັກຕາ, ເຂດເສດຖະກິດນີ້ນອນໃນເຂດພັດທະນາພິເສດ Mariel,  ຫ່າງຈາກນະຄອນຫຼວງ La Habana ເກືອບ 50 ກີໂລແມັດ ແລະ ໄດ້ຮັບການພັດທະນາເພື່ອກາຍເປັນເຂດອຸດສາຫະກຳໃຫຍ່ທີ່ສຸດຂອງ ກຸຍບາ.

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖືວ່າ ນີ້ແມ່ນຮູບແບບເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນ, ສະຖານທີ່ທົດລອງບັນດານະໂຍບາຍໃໝ່, ພິເສດ, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ພື້ນຖານເສດຖະກິດ ກຸຍບາຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຂດພັດທະນາພິເສດ Mariel ແມ່ນໂຄງການພົ້ນເດັ່ນຂອງ ກຸຍບາໃນການດຶງດູດເງິນລົງທຶນຈາກຕ່າງປະເທດ. ດ້ວຍພື້ນຖານໂຄງລ່າງໄດ້ຮັບການລົງທຶນຢ່າງຄົບຊຸດ, ທັນສະໄໝ, ມີລັກສະນະເຊື່ອມຕໍ່ສູງ, ເຂດພັດທະນາພິເສດ Mariel ໝັ້ນໝາຍຈະນຳກາລະໂອກາດຫຼາຍຢ່າງມາໃຫ້ນັກລົງທຶນຕ່າງປະເທດເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະຢູ່ ກຸຍບາ.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top