• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເປັນ​ປະ​ທານ​ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປີ​ຕິດ​ຕາມກວດ​ກາ 2026

ທ່ານ​ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ເວ​ທີ​ປາ​ໄສ​ສຸມ​ໃສ່​ເຮັດ​ແຈ້ງ 4 ທິດ​ທາງຄື: ເລືອກຖືກ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ, ບັນ​ດາ​ “ຈຸດ​ອຸດ​ຕັນ​ຂອງ​ອຸດ​ຕັນ”, ບັນ​ດາ​ຂົງ​ເຂດ​ນຳ​ໃຊ້​ຫຼາຍ​ແຫຼ່ງ​ກຳ​ລັງ​ແຫ່ງ​ຊາດ ແລະ ບັນ​ດາ​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ມີ​ຄວາມສົນ​ໃຈ​ເປັນ​ພິ​ເສດ…
  ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາ​ດ​ໄດ້​ຈັດ​ເວ​ທີ​ປາ​ໄສ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປີ​ຕິດ​ຕາມກວດ​ກາ 2026 ດ້ວຍ​ຫົວ​ຂໍ້ “ຍົກ​ລະ​ດັບ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ: ຈາກ​ການ​ກຳ​ນົດ​ຍຸດ​ທະ​ສາດ ໄປ​ສູ່​ການ​ກະ​ທຳ​ໃນ​ຕົວ​ຈິງ ໃນ​ອາ​ຍຸ​ການ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16”. ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ປະ​ທານ ​ເວ​ທີ​ປາ​ໄສ. ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ, ທ່ານ​ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ເວ​ທີ​ປາ​ໄສ​ສຸມ​ໃສ່​ເຮັດ​ແຈ້ງ 4 ທິດ​ທາງຄື: ເລືອກຖືກ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ, ບັນ​ດາ​ “ຈຸດ​ອຸດ​ຕັນ​ຂອງ​ອຸດ​ຕັນ”, ບັນ​ດາ​ຂົງ​ເຂດ​ນຳ​ໃຊ້​ຫຼາຍ​ແຫຼ່ງ​ກຳ​ລັງ​ແຫ່ງ​ຊາດ ແລະ ບັນ​ດາ​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ມີ​ຄວາມສົນ​ໃຈ​ເປັນ​ພິ​ເສດ… ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຽກ​ຮ້ອງວ່າ:

ບໍ່​ສາ​ມາດ​ຕິດ​ຕາມ​ບັນ​ດາ​ບັນ​ຫາ​ໃໝ່​ດ້ວຍ​ຈິນ​ຕະ​ນາ​ການ​ເກົ່າ, ວິ​ທີ​ເກົ່າ ແລະ ເຄື່ອງ​ມື​ເກົ່າ. ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ຕ້ອງ​ສ້າງວິ​ທີ​ການ​ຕິດ​ຕາມກວດ​ກາ​ໃໝ່, ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ເປັນ​ເຈົ້າ​ການ​ຄາດ​ຄະ​ເນ, ອີງ​ຕາມ​ຂໍ້​ມູນ ແລະ ຫຼັກ​ຖານ, ສຸມ​ໃສ່​ຖືກ​ເປົ້າ​ໝາຍ, ໄປ​ເຖິງ​​ຄວາມ​ຮັ​ບ​ຜິດ​ຊອບ ແລະ ໝາກ​ຜົນສຸດ​ທ້າຍ. ການ​ຕິດ​ຕາມ​ບໍ່​ພຽງ​ແຕ່​ເພື່ອ​ພິ​ຈາ​ລະ​ນາ​ວຽກ​ທີ່​ໄດ້​ເຮັດ​ແລ້ວ, ຫາກ​ຍັງ​ຕ້ອງ​ປະ​ກອບ​ສ່ວນ​ກຳ​ນົດ​ວຽກ​ທີ່​ຕ້ອງ​ເຮັດ; ບໍ່​ພຽງ​ແຕ່​ພົບ​ເຫັນ​ຂໍ້​ຈຳ​ກັດ, ຫາກ​ຍັງ​ຕ້ອງ​ແກ້​ໄຂ​ຈຸດ​ອຸດ​ຕັນ, ກ່າວ​ເຕືອນ​ຄວາມ​ສ່ຽງ, ຊຸກ​ຍູ້​ການ​ກະ​ທຳ ແລະ ສ້າງ​ສັນ​ການ​ພັດ​ທະ​ນາ. ຄຸນ​ຄ່າ​ສຸດ​ທ້າຍ​ຂອງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ບໍ່​ນອນ​ຢູ່​ໃນ​ຈຳ​ນວນ​ຂອງ​ການ​ຕິດ​ຕາມກວດ​ກາ ຫຼື​ຈຳ​ນວນ​ຂໍ້​ສະ​ເໜີ, ຫາກ​ຍັງຢູ່ບັນ​ດາ​ການ​ຫັນ​ປ່ຽນ​ທີ່​ແທ້​ຈິງ​ໃນ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ, ຍົກ​ສູງ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ແຫ່ງ​ຊາດຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ໄວ້​ອາ​ໄລ, ປົງ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ທີ່​ໄດ້​ທ້ອນ​ໂຮມ​ຈາກ​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ນະ​ຄອນ ໂຮ່​ຈີ​ມິນ ຈະ​ຈັດ​ຂຶ້ນ​ໃນ​ເດືອນ ສິງ​ຫາ

ພິ​ທີ​ໄວ້​ອາ​ໄລ, ປົງ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ທີ່​ໄດ້​ທ້ອນ​ໂຮມ​ຈາກ​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ນະ​ຄອນ ໂຮ່​ຈີ​ມິນ ຈະ​ຈັດ​ຂຶ້ນ​ໃນ​ເດືອນ ສິງ​ຫາ

ໄລ່​ຮອດ​ວັນ​ທີ 29 ກໍ​ລະ​ກົດ, ໄດ້​ປະ​ຕິ​ບັດ​ສຳ​ເລັດວຽກ​ງານ​ເກັບ​ຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ສຳ​ລັບ​ຂຸມ​ຝັງ​ສົບ​ທີ່ຍ​ັງ​ບໍ່​ທັນ​ຢັ້ງ​ຢືນ​ຊື່ ຢູ່ 10 ສຸ​ສານໃນ​ຈຳ​ນວນ​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດ 18 ແຫ່ງ​ໃນ​ບໍ​ລິ​ເວນ, ​ດ້ວຍ​ຈຳ​ນວນ​ຕົວ​ຢ່າງ​ທັງ​ໝົດ​ແມ່ນ 7.640 ໃນ​ຈຳ​ນວນ​ຂຸມ​ຝັງ​ສົບ 9.885 ຂຸມ.

Top