ທ່ານ ເຈິ່ນແທັງເໝິນ ສະເໜີເວທີປາໄສສຸມໃສ່ເຮັດແຈ້ງ 4 ທິດທາງຄື: ເລືອກຖືກບັນດາບັນຫາຍຸດທະສາດ, ບັນດາ “ຈຸດອຸດຕັນຂອງອຸດຕັນ”, ບັນດາຂົງເຂດນຳໃຊ້ຫຼາຍແຫຼ່ງກຳລັງແຫ່ງຊາດ ແລະ ບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງ, ປະຊາຊົນມີຄວາມສົນໃຈເປັນພິເສດ…
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນໄຂເວທີປາໄສ (ພາບ: VNA)
ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ຄະນະປະຈຳສະພາແຫ່ງຊາດໄດ້ຈັດເວທີປາໄສຂອງສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວປີຕິດຕາມກວດກາ 2026 ດ້ວຍຫົວຂໍ້ “ຍົກລະດັບຂອບເຂດການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ: ຈາກການກຳນົດຍຸດທະສາດ ໄປສູ່ການກະທຳໃນຕົວຈິງ ໃນອາຍຸການ ຂອງສະພາແຫ່ງຊາດຊຸດທີ 16”. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ເປັນປະທານ ເວທີປາໄສ. ກ່າວຄຳເຫັນໄຂເວທີປາໄສ, ທ່ານ ເຈິ່ນແທັງເໝິນ ສະເໜີເວທີປາໄສສຸມໃສ່ເຮັດແຈ້ງ 4 ທິດທາງຄື: ເລືອກຖືກບັນດາບັນຫາຍຸດທະສາດ, ບັນດາ “ຈຸດອຸດຕັນຂອງອຸດຕັນ”, ບັນດາຂົງເຂດນຳໃຊ້ຫຼາຍແຫຼ່ງກຳລັງແຫ່ງຊາດ ແລະ ບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງ, ປະຊາຊົນມີຄວາມສົນໃຈເປັນພິເສດ… ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຮຽກຮ້ອງວ່າ:
ບໍ່ສາມາດຕິດຕາມບັນດາບັນຫາໃໝ່ດ້ວຍຈິນຕະນາການເກົ່າ, ວິທີເກົ່າ ແລະ ເຄື່ອງມືເກົ່າ. ສະພາແຫ່ງຊາດຊຸດທີ 16 ຕ້ອງສ້າງວິທີການຕິດຕາມກວດກາໃໝ່, ມີວິໄສທັດຍຸດທະສາດ, ເປັນເຈົ້າການຄາດຄະເນ, ອີງຕາມຂໍ້ມູນ ແລະ ຫຼັກຖານ, ສຸມໃສ່ຖືກເປົ້າໝາຍ, ໄປເຖິງຄວາມຮັບຜິດຊອບ ແລະ ໝາກຜົນສຸດທ້າຍ. ການຕິດຕາມບໍ່ພຽງແຕ່ເພື່ອພິຈາລະນາວຽກທີ່ໄດ້ເຮັດແລ້ວ, ຫາກຍັງຕ້ອງປະກອບສ່ວນກຳນົດວຽກທີ່ຕ້ອງເຮັດ; ບໍ່ພຽງແຕ່ພົບເຫັນຂໍ້ຈຳກັດ, ຫາກຍັງຕ້ອງແກ້ໄຂຈຸດອຸດຕັນ, ກ່າວເຕືອນຄວາມສ່ຽງ, ຊຸກຍູ້ການກະທຳ ແລະ ສ້າງສັນການພັດທະນາ. ຄຸນຄ່າສຸດທ້າຍຂອງການເຄື່ອນໄຫວຕິດຕາມກວດກາບໍ່ນອນຢູ່ໃນຈຳນວນຂອງການຕິດຕາມກວດກາ ຫຼືຈຳນວນຂໍ້ສະເໜີ, ຫາກຍັງຢູ່ບັນດາການຫັນປ່ຽນທີ່ແທ້ຈິງໃນການສ້າງລະບອບລະບຽບການໃຫ້ສົມບູນແບບ, ການຈັດຕັ້ງປະຕິບັດກົດໝາຍ, ຍົກສູງການຄຸ້ມຄອງບໍລິຫານແຫ່ງຊາດຢ່າງມີປະສິດທິຜົນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.