• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ນິງບິ່ງ

າງແຂວງກໍ່ປາດຖະໜາຢາກສືບຕໍ່ຮ່ຳຮຽນບັນດາບົດຮຽນອັນລ້ຳຄ່າຂອງພັກປະຊາຊົນປະຕິວັດ ລາວ ໃນວຽກງານກໍ່ສ້າງພັກ, ກໍ່ສ້າງຖັນແຖວພະນັກງານ ແລະ ປັບປຸງລະບົບການເມືອງ.
  ທ່ານ ເຈິ່ນຮຸຍຕວັນ, ເລຂາຄະນະພັກແຂວງ ນິງບິ່ງ (ພາບ: VNA)  

ວັນ​ທີ 30 ກໍ​ລະ​ກົດ, ຄະ​ນະ​ປະ​ຈຳ​ພັກ​ແຂວງ ນິງ​ບິ່ງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ແທນ​ໂດຍ​ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ, ຫົວ​ໜ້າ​ຄະ​ນະ​ຈ​ັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ເປັນ​ຫົວ​ໜ້າ​ຄະ​ນະ.

ທີ່​ການ​ເຮັດ​ວຽກ, ທ່ານ ເຈິ່ນ​ຮຸຍ​ຕວັນ, ເລ​ຂາ​ຄະ​ນະ​ພັກ​ແຂວງ ນິງ​ບິ່ງ ຢືນ​ຢັນ​ວ່າ ນິງ​ບິ່ງ ປາດ​ຖະ​ໜາ​ຢາກ​ແບ່ງ​ປັນ​ບັນ​ດາ​ໝາກ​ຜົນ​ເບື້ອງ​ຕົ້ນ, ບັນ​ດາບ​ົດ​ຮຽນ, ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ພັກ; ກ່ຽວ​ກັບ​ການ​ຊັບ​ຊ້ອນ​ກົງ​ຈັກ; ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຂະ​ແໜງການ​ຈັດ​ຕັ້ງ​ການກໍ່​ສ້າງ​ພັກ ແລະ ຍົກ​ສູງ​ກຳ​ລັງ​ຄຸ​້ມ​ຄອງ​ບໍ​ລິ​ຫານ​ທ້ອງ​ຖິ່ນ... ທາງ​ແຂວງກໍ່​ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ຳ​ຮຽນ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໃນ​ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ ແລະ ປັບ​ປຸງ​ລະ​ບົບ​ການ​ເມືອງ.

  ທ່ານນາງ ສີໃສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ (ພາບ: VNA)  

ສ່ວນ​ທ່ານ​ນາງ ສີ​ໃສ ລື​ເດດ​ມູນ​ສອນ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ​ມີ​ຄວາມເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປາດ​ຖະ​ໜາ​ວ່າ ແຂວງ ນິງ​ບິ່ງ ​ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ ອຸ​ດົມ​ໄຊ, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ໃຫ້​ມີ​ປ​ະ​ສິດ​ທິ​ຜົນ; ພ້ອມ​ກັນ​ນັ້ນ ​ກໍ່ສືບ​ຕໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ລາວ ໃນ​ວຽກ​ງານ​ສຶກ​ສາ, ບຳ​ລຸງ​ສ້າງພະ​ນັກ​ງານ ແລະ ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ, ການ​ຈັດ​ຕັ້ງ​ກົງ​ຈັກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ​ຢັ້ງ​ຢືນ​ວ່າ ການ​ນຳ​ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ, ສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ສອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ກໍ່​ຄື​ກະ​ຊວງ​ພາຍ​ໃນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ແລກ​ປ່ຽນ, ແບ່ງ​ປັນ​ປະ​ສົບ​ການ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ

Top