ການເຄື່ອນໄຫວນີ້ແມ່ນໜຶ່ງໃນບັນດາຄວາມມານະພຍາຍາມຂອງລັດຖະບານ ຍີ່ປຸ່ນ ເພື່ອແນໃສ່ປັບປຸງຄວາມສາມາດປ້ອງກັນຊາດ.
ເປັນຄັ້ງທຳອິດທີ່ອົງການປ້ອງກັນ ຍີ່ປຸ່ນ ໄດ້ປະຕິບັດການເຄື່ອນໄຫວຍິງທົດລອງລູກສອນໄຟ Tomahawk ຈາກກຳປັ່ນຂັບໄລ່ໄດ້ປະກອບລະບົບ Aegis. ລູກສອນໄຟໂດຍ ອາເມລິກາ ຜະລິດ ໄດ້ຍິງຈາກກຳປັ່ນຂັບໄລ່ Chokai ໃນເຫດການຈັດຂຶ້ນເມື່ອວັນທີ 28 ກໍລະກົດຢູ່ເຂດທະເລ ປາຊີຟິກ.
ຕາມແຈ້ງການຈາກກະຊວງປອ້ງກັນປະເທດ ຍີ່ປຸ່ນ, ວັນທີ 30 ກໍລະກົດ, ຄາດວ່າ ກຳປັ່ນຂັບໄລ່ Chokai ຈະກັບເມືອຖານທີ່ໝັ້ນຢູ່ນະຄອນ Sasebo ຂຶ້ນກັບແຂວງ Nagasaki ໃນເດືອນກັນຍາທີ່ຈະມາເຖິງ. ກະຊວງນີ້ຍັງໃຫ້ຮູ້ວ່າ ກຳປັ່ນຂັບໄລ່ Aegis ທັງໝົດ 8 ລຳຂອງປະເທດນີ້ ຈະໄດ້ປະກອບລູກສອນໄຟ Tomahawk.
ການເຄື່ອນໄຫວນີ້ແມ່ນໜຶ່ງໃນບັນດາຄວາມມານະພຍາຍາມຂອງລັດຖະບານ ຍີ່ປຸ່ນ ເພື່ອແນໃສ່ປັບປຸງຄວາມສາມາດປ້ອງກັນຊາດ. ຍີ່ປຸ່ນ ໄດ້ຮັບຮອງເອົາຍຸດທະສາດປ້ອງກັນຄວາມໝັ້ນຄົງແຫ່ງຊາດໃນປີ 2022 ຊື່ງໄດ້ເປີດທາງໃຫ້ເລື່ອງປະເທດນີ້ ມີຄວາມສາມາດບຸກໂຈມຕີ ບັນດາຖານທີ່ໝັ້ນລູກສອນໄຟຂອງຄູ່ແຂ່ງ ຄືດັ່ງມາດຕະການປ້ອງກັນຕົວ, ສອດຄ່ອງກັບເຂດເຂດລັດຖະທຳມະນູນສັນຕິພາບ.
(ແຫຼ່ງຄັດຈາກ VOV)