• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເປັ​ນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 7 ສະ​ພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ປະທານສະພາເລືອກຕັ້ງແຫ່ງຊາດໄດ້ເປັນປະທານກອງປະຊຸມຄັ້ງທີ 7, ສະພາເລືອກຕັ້ງແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນວັນທີ 23 ພຶດສະພາ 2021 ທີ່ຜ່ານມາ ໄດ້ດຳເນີນຢ່າງມີປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ, ປະຢັດ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແມ່ນວັນບຸນຂອງປະເທດຊາດ ແລະ ປະຊາຊົນໝົດທຸກຄົນ ຢ່າງແທ້ຈິງ.

ທ່ານປະທານສະພາແຫ່ງຊາດໄດ້ສະເໜີໃຫ້ບັນດາສະມາຊິກສະພາເລືອກຕັ້ງແຫ່ງຊາດ ສຸມໃສ່ປະກອບຄຳເຫັນຕີລາຄາກ່ຽວກັບວຽກງານກະກຽມໃນ 11 ຂົງເຂດລວມມີ: ວຽກງານນຳພາ ແລະ ຊີ້ນຳການເລືອກຕັ້ງ, ການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການຮັບຜິດຊອບການເລືອກຕັ້ງ, ວຽກງານບຸກຄະລາກອນ, ການເຈລະຈາ, ການຄັດເລືອກ, ແນະນຳເພື່ອຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ, ການຈັດຕັ້ງຂົນຂວາຍ ການເລືອກຕັ້ງ.

ທ່ານປະທານສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ຕີລາຄາ, ປະກອບຄຳເຫັນກ່ຽວກັບວຽກງານຖະແຫຼງຂ່າວໂຄສະນາ, ວຽກງານກວດກາ, ຕິດຕາມກວດກາກ່ຽວກັບການເລືອກຕັ້ງ, ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວິວັດການກະກຽມຈັດຕັ້ງການຂົນຂວາຍເລືອກຕັ້ງ ແລະ ວັນເລືອກຕັ້ງ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top