• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ທົ່ວ​ປະ​ເທດ, ທົ່ວ​ປະ​ເທດ ເພື່ອນະ​ຄອນ​ໂຮ່​ຈີ​ມິນ

ຕອນບ່າຍວັນທີ 19 ທັນວາ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ້ງເຫວະ ເປັນປະທານ ໃນການເຮັດວຽກລະຫວ່າງ ພັກ ຄະນະຜູ້ແທນສະພາແຫ່ງຊາດ ກັບ ຄະນະປະຈຳ ຄະນະກຳມະການພັກນະຄອນໂຮ່ຈີມິນ ກ່ຽວກັບການສ້າງ “ແຜນຮ່າງການສ້າງຮ່າງມະຕິກ່ຽວກັບກົນໄກ, ນະໂຍບາຍທົດລອງສ້າງກຳລັງໜູນພັດທະນານະຄອນໂຮ່ຈີມິນ”.
  ທ່ານປະທານສະພາແຫ່ງຊາດ ເວືອງດິ້ງເຫວະ ເປັນປະທານ ໃນການເຮັດວຽກ  

ກ່າວຄຳເຫັນໃນການເຮັດວຽກ, ທ່ານເວືອງດິ້ງເຫວະ ກ່າວວ່າ: ແຜນຮ່າງແມ່ນຈໍາເປັນ ແລະ ຮີບດ່ວນທີ່ສຸດເພື່ອຫັນບັນດາແຜນນະໂຍບາຍຂອງພັກ, ລັດ ເປັນລະບອບລະບຽບການຕໍ່ກັບນະຄອນໂຮ່ຈີມິນ, ຊ່ວຍນະຄອນປັບປຸງບັນດາກໍາລັງໜູນ, ການເຕີບໂຕການພັດທະນາວ່ອງໄວ ແລະ ໝັ້ນຄົງກວ່າເກົ່າອີກ , ຕາມຈິດໃຈ: ນະຄອນໂຮ່ຈີມິນ ເພື່ອທົ່ວປະເທດ, ທົ່ວປະເທດ ເພື່ອນະຄອນໂຮ່ຈີມິນ; ນະຄອນເປັນຜູ້ນຳໜ້າດ້ານກໍາລັງໜູນ. ທ່ານເວືອງດິ້ງເຫວະ ສະເໜີໃຫ້ນະຄອນ ສຸມໃສ່ 4 ກຸ່ມນະໂຍບາຍໃຫຍ່ ມີຄວາມສຳຄັນ, ຈຸດສຸມ ແລະ ໃນຕົວຈິງທີ່ປະສົບກັບບັນດາຄວາມຫຍຸ້ງຍາກ, ຄົງຄ້າງ, ແລະ ບາງນະໂຍບາຍທົດລອງກຳລັງປະຕິບັດຢູ່ບາງທ້ອງຖິ່ນ.

ອະນຸຍາດໃຫ້ນະຄອນໂຮ່ຈີມິນໄດ້ນຳໃຊ້ໄວຂຶ້ນເມື່ອທຽບໃສ່ທົ່ວປະເທດ ສຳລັບບັນດາບັນຫາປັບປຸງ, ເພີ່ມເຕີມບາງໂຄງການເຊັ່ນ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ; ກົດໝາຍວ່າດ້ວຍການປີ່ນປົວພະຍາດສະບັບປັບປຸງ. ສິ່ງນີ້ກໍ່ມີທັງລັກສະນະກວມລວມ, ມີທັງລັກສະນະລະອຽດ, ເພື່ອພາຍຫຼັງຈາກນີ້ເມື່ອມີການປະກາດໃຊ້ມະຕິ, ນະຄອນໂຮ່ຈີມິນ ຈະມີໂອກາດນຳໃຊ້ໄດ້ທັນທີ. ນອກຈາກນັ້ນ, ກໍ່ຕ້ອງການມີບັນດານະໂຍບາຍໃໝ່, ສະເພາະໃຫ້ນະຄອນໂຮ່ຈີມິນ ເພື່ອແກ້ໄຂຂໍ້ຄົງຄ້າງ. ຈິດໃຈລວມແມ່ນຕັ້ງໜ້າສະໜັບສະໜູນໃຫ້ຫຼາຍທີ່ສຸດ ເພື່ອການພັດທະນາຂອງນະຄອນ.

ທ່ານປະທານສະພາແຫ່ງຊາດ ກໍ່ໄດ້ເນັ້ນໜັກວ່າ ແຜນຮ່າງດັ່ງກ່າວ ລວມທັງບັນຫາໃຫຍ່ຕ່າງໆ, ນຳມາເຊິ່ງຜົນປະໂຫຍດທັງເບື້ອງຕົ້ນ ແລະ ພາຍພາກໜ້າ, ມີຄວາມບຸກທະລຸໃນການກໍ່ສ້າງ, ພັດທະນາ, ປ່ຽນແປງໃໝ່ຫົວຄິດປະດິດສ້າງຂອງນະຄອນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top