• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຕິດ​ຕາມກວດ​ກາ

ຕອນເຊົ້າວັນທີ 4 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດ ກ່ຽວກັບການຜັນຂະຫຍາຍປະຕິບັດໂຄງການຕິດຕາມກວດກາຂອງ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ປີ 2022.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ 

ຈຸດປະສົງຂອງໂຄງການແມ່ນສ້າງຄວາມເປັນເອກະພາບ, ຄວາມເປັນເຈົ້າການຂອງອົງການຕ່າງໆ ໃນການຜັນຂະຫຍາຍ ປະຕິບັດໂຄງການຕິດຕາມກວດກາຂອງ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ປີ 2022, ຜ່ານນັ້ນ ປະກອບສ່ວນຍົກສູງ ຜົນສັກສິດ, ປະສິດທິຜົນ ໃນການເຄື່ອນໄຫວຕິດຕາມກວດກາຂອງ ສະພາແຫ່ງຊາດ, ສ້າງເປັນພື້ນຖານເພື່ອຕິດຕາມ, ເລັ່ງລັດ, ຕີລາຄາການປະຕິບັດບັນດາຄຳຮຽກຮ້ອງຕ້ອງການໃນການເຄື່ອນໄຫວຕິດຕາມກວດກາຂອງ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໃນປີ 2022, ປະກອບສ່ວນສືບຕໍ່ປ່ຽນແປງໃໝ່, ຍົກສູງຜົນສັກສິດ, ປະສິດທິຜົນໃນການເຄື່ອນໄຫວຕິດຕາມກວດກາ ແລະ ໄລຍະພາຍຫຼັງປະຕິບັດການຕິດຕາມກວດກາ.

ກ່ຽວກັບວິທີການຕິດຕາມກວດກາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງດຳເນີນຢ່າງຄົບຊຸດແຕ່ຂັ້ນສູງກາງ ລົງຮອດທ້ອງຖິ່ນ. ແຂວງ, ນະຄອນ ໃດຕ້ອງປະຕິບັດຢູ່ແຂວງ, ນະຄອນນັ້ນ ແລະ ມີການກວດກາລະຫວ່າງບັນດາແຂວງ, ນະຄອນນຳກັນ, ສະພາປະຊາຊົນເຮັດວຽກຕາມຫົວໜ່ວຍຕົນ, ບັນດາຄະນະສະມາຊິກສະພາແຫ່ງຊາດ ແລະ ຄະນະຕິດຕາມກວດກາກໍ່ເຮັດວຽກເຊັ່ນດຽວກັນ. ຜ່ານການຕິດຕາມກວດກາຕ້ອງຊີ້ໃຫ້ເຫັນບັນດາຂໍ້ຈຳກັດ, ຂໍ້ຄົງຂ້າງ ແມ່ນຍ້ອນຂໍ້ກຳນົດຂອງກົດໝາຍ ຫຼື ການຈັດຕັ້ງປະຕິບັດ. ການຕິດຕາມກວດກາມຕ້ອງໄດ້ຮັບການປະຕິບັດຢ່າງມີວິທະຍາສາດ ແລະ ເຄັ່ງຄັດ, ພະນັກງານເຂົ້າຮ່ວມການຕິດຕາມກວດກາມຕ້ອງມີຄຸນນະທາດຈັນຍາບັນດີ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top