ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບແຜນການລົງທຶນກໍ່ສ້າງບັນດາເສັ້ນທາງດ່ວນ
ຕາມຜູ້ຕາງໜ້າກະຊວງຄົມມະນາຄົມ ແລະ ການຂົນສົ່ງ ຫວຽດນາມ ແລ້ວ, ການສະເໜີລົງທຶນກໍ່ສ້າງບັນດາເສັ້ນທາງດ່ວນນີ້ ແມ່ນມີຄວາມຈຳເປັນ, ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາໂຄງສ້າງພື້ນຖານໂຄງລ່າງຄົມມະນາຄົມໃຫ້ຄົບຊຸດ, ທັນສະໄໝ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ; ຕອບສະໜອງຄວາມຕ້ອງການຂົນສົ່ງໄປມາ ທີ່ນັບມື້ນັບເພີ່ມຂຶ້ນສູງ, ຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ສ້າງໂຄງປະກອບພັດທະນາເສດຖະກິດຄືນໃໝ່, ເຊື່ອມຕໍ່ເຂດ, ສ້າງສົ້ນເຕີບໂຕຢູ່ບັນດາເຂດເສດຖະກິດຈຸດສຸມ ທົ່ງພຽງແມ່ນ້ຳແດງ ແລະ ພາກຕາເວັນອອກສ່ຽງໃຕ້, ພັດທະນາວິທີການຂົນສົ່ງແບບຍືນຍົງ, ທັນສະໄໝ, ປະກອບສ່ວນຫຼຸດຜ່ອນຈຳນວນເຫດອຸປະຕິເຫດຈະລາຈອນລົງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ບັນດາເສັ້ນທາງດ່ວນເຫຼົ່ານີ້, ຕ້ອງຮັບປະກັນມີ 4 ເລັນ, ລະດັບຄວາມໄວຕ້ອງບັນລຸ 100km/h ແລະ ມີແຕ່ການຮ່ວມມືລະຫວ່າງພັກລັດ ກັບພາກເອກະຊົນ ຈຶ່ງສາມາດມີກຳລັງພຽງພໍເພື່ອປະຕິບັດໄດ້. ເຖິງຢ່າງໃດກໍຕາມ, ຕ້ອງມີຄວາມກົມກ່ຽວລະຫວ່າງຜົນປະໂຫຍດພາກລັດ, ວິສາຫະກິດ ແລະ ປະຊາຊົນ ບົນເນື້ອໃນຈິດໃຈຜົນປະໂຫຍດກົມກ່ຽວ, ແບ່ງປັນຄວາມສ່ຽງ ແລະ ຕ້ານປະກົດການຟຸມເຟືອຍ.