• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ G20 ທາງ​ອອນ​ລາຍ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

ທີ່ກອງປະຊຸມທາງອອນລາຍ, ບັນດາການນຳໄດ້ເຫັນດີເປັນເອກະພາບຈະຜັນຂະຫຍາຍທຸກໆມາດຕະການດ້ານສາທາລະນະສຸກທີ່ຈຳເປັນເພື່ອສະກັດກັ້ນໂລກລະບາດ Covid – 19, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະ ໂປ່ງໃສ, ບົດຮຽນ, ປະສົບການ ແລະ ພຶດຕິກຳຕົວ ຈິງທີ່ດີໃນການສະກັດກັ້ນການແຜ່ລະບາດ, ກວດພົບ ແລະ ປິ່ນປົວບັນດາຜູ້ຕິດເຊື້ອພະຍາດ Covid -19…ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ G20 ກ່ຽວກັບການຮັບມືກັບໂລກລະບາດ Covid – 19.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມສຸດຍອດ G20 ທາງອອນລາຍກ່ຽວກັບການຮັບມືກັບໂລກລະບາດ Covid -19 ໄດ້ເລີ່ມຕົ້ນແຕ່ເວລາ 19 ໂມງ 00 ນາທີ ຫາ 21 ໂມງ 00 ນາທີໃນວັນທີ 26 ມີນາ 2020 (ຕາມເວລາຫວຽດນາມ) ຕາມຂໍ້ລິເລີ່ມຂອງປະເທດປະທານ G20 ອາຣັບບິ ຊາອຸດິ. ນີ້ແມ່ນກອງປະຊຸມສຸດຍອດພິເສດຂອງ G20 ໃນສະພາບການໂລກລະບາດ Covid – 19 ພວມແຜ່ລາມຢ່າງວ່ອງໄວໃນທົ່ວໂລກ, ກໍ່ຜົນກະທົບອັນເລິກເຊິ່ງເຖິງຫຼາຍດ້ານຂອງເສດຖະກິດໃນໂລກກໍ່ຄືສະຖຽນລະພາບ ແລະ ການພັດທະນາຂອງຫຼາຍປະເທດ.ເຂົ້າຮ່ວມກອງປະຊຸມທາງອອນລາຍມີບັນດາປະມຸກ ແລະ ການນຳຂັ້ນສູງບັນດາປະເທດສະມາຊິກ G20 ແລະ ບາງປະເທດແຂກຖືກເຊີນ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນໃຫຍ່.

ເມື່ອແບ່ງປັນກັບບັນດາການນຳຢູ່ກອງປະຊຸມສຸດຍອດ G20 ທາງອອນລາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື ແລະ ສົມທົບກັນໃນທົ່ວໂລກ ແລະ ພາກພື້ນ ແມ່ນສຳຄັນທີ່ສຸດ, ຢັ້ງຢືນເຖິງຄວາມຕັດສິນໃຈ, ຄຳໝັ້ນສັນຍາຂອງ ຫວຽດນາມໃນການສະກັດກັ້ນໂລກລະບາດ Covid – 19, ທ່ານກໍ່ເນັ້ນໜັກວ່າ ຫວຽດນາມຢຶດໝັ້ນຕໍ່ການປະຕິບັດ 2 ເປົ້າໝາຍຄວບຄູ່ ນັ້ນແມ່ນຄວບຄຸມໂລກລະບາດ ແລະ ສືບຕໍ່ພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຢັ້ງຢືນວ່າ ຫວຽດນາມໃນຖານະຕຳແໜ່ງເປັນປະທານອາຊຽນ 2020 ໄດ້ ແລະ ພວມພ້ອມກັບບັນດາປະເທດອາຊຽນຍົກສູງຈິດໃຈປະຊາຄົມ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ປະຕິບັດບັນດາມາດຕະການຢ່າງແຮງ, ສົມທົບກັນກະທຳສະກັດກັ້ນໂລກລະບາດ Covid – 19, ພ້ອມທັງຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ປະສົບການກັບຫຼາຍປະເທດ G20  ແລະ ບັນດາຄູ່ຮ່ວມມື.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top