“ໄຊຊະນະສຳຄັນນີ້ ບໍ່ພຽງແຕ່ແມ່ນຄວາມມ່ວນຊື່ນຂອງກິລາ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນສານອັນເລິກເຊິ່ງກ່ຽວກັບຊາວ ຫວຽດນາມ ໃນໄລຍະພັດທະນາໃໝ່ ທີ່: ອົງອາດກ້າຫານ; ມີຄວາມຄາດຫວັງບືນຕົວຂຶ້ນ; ໝັ້ນໃຈ, ມີລະບຽບວິໄນ ແລະ ສາມັກຄີ. ຈາກໄຊຊະນະຂອງການແຂ່ງຂັນ, ພວກເຮົາຕ້ອງສືບຕໍ່ຮັກສາຄວາມເຊື່ອໝັ້ນ, ປຸກລຸກຈິດໃຈຕື່ມອີກ, ສ້າງທ່ວງທ່າເພື່ອສູ້ຊົນຍາດໄດ້ບັນດາໄຊຊະນະທີ່ໃຫຍ່ຫຼວງກວ່າ, ສົມກັບຄວາມເຊື່ອໝັ້ນ ແລະ ຄວາມຮັກແພງຂອງແຟນບານ ຫວຽດນາມ ກໍຄືປະຊາຊົນ ໃນທົ່ວປະເທດ”.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນຕື່ມອີກວ່າ:“ລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຄະນະ, ຂະແໜງການ, ທຸກຂັ້ນ, ຍາມໃດກໍຮ່ວມເດີນທາງສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ກິລາ ຫວຽດນາມ, ບານເຕະ ຫວຽດນາມ ພັດທະນາຢ່າງເຂັ້ມແຂງ, ເປັນມືອາຊີບ, ທັນສະໄໝ, ປະກອບສ່ວນຍົກສູງທີ່ຕັ້ງຂອງປະເທດ ຫວຽດນາມ ໃນເວທີສາກົນ.” ຫວຽດເກື່ອງ








