ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ພົບ​ປະ​ຊົມ​ເຊີຍ​ທິມ​ບານ​ເຕະ​ຊາຍ U17 ແຫ່ງ​ຊາດ ຫວຽດ​ນາມ

ຕອນ​ບ່າຍ​ວັນ​ທີ 29 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ພົບ​ປະ, ຊົມ​ເຊີຍ​ທິມ​ບານ​ເຕະ​ຊາຍ U17 ແຫ່ງ​ຊາດ ຫວຽດ​ນາມ ທີ່​ຫາ​ກໍ່​ຄວ້າ​ໄດ້ຫຼຽນ​ຄຳ, ຊິງ​ແຊັມ U17 ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ປີ 2026 ທີ່​ຈັດ​ຂຶ້ນ​ຢູ່ ອິນ​ໂດ​ເນ​ເຊຍ.
  ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ມອບດອກ​ໄມ້ຊົມ​ເຊີຍ​ທິມ​ບານ​ເຕະ​ຊາຍ U17 ແຫ່ງ​ຊາດ ຫວຽດ​ນາມ (ພາບ: VGP/Nhật Bắc)  

“ໄຊ​ຊະ​ນະ​ສຳ​ຄັນ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມ່ວນ​ຊື່ນ​ຂອງ​ກິ​ລາ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ສານ​ອັນ​ເລິກ​ເຊິ່ງ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່ ທີ່: ອົງ​ອາດ​ກ້າ​ຫານ; ມີ​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ; ໝັ້ນ​ໃຈ, ມີ​ລະ​ບຽບ​ວິ​ໄນ ແລະ ສາ​ມັກ​ຄີ. ຈາກ​ໄຊ​ຊະ​ນະ​ຂອງ​ການ​ແຂ່ງ​ຂັນ, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຮັກ​ສາ​ຄວາມ​ເຊື່ອ​ໝັ້ນ, ປຸກ​ລຸກຈິດ​ໃຈ​ຕື່​ມ​ອີກ, ສ້າງ​ທ່ວງ​ທ່າ​ເພື່ອ​ສູ້​ຊົນ​​ຍາດ​ໄດ້​ບັນ​ດາ​ໄຊ​ຊະ​ນະ​ທີ່​ໃຫຍ່ຫຼວງກວ່າ, ສົມ​ກັບ​ຄວາມ​ເຊື່ອໝັ້ນ ແລະ ຄວາມ​ຮັກ​​ແພງ​ຂອງແຟນ​ບານ ຫວຽດ​ນາມ ກໍ​ຄື​ປະ​ຊາ​ຊົນ ໃນ​ທົ່ວ​ປະ​ເທດ”.

  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: VGP/Nhật Bắc)  

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນ​ຕື່ມ​ອີກວ່າ:“ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ທຸກ​ຂັ້ນ, ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ກິ​ລາ ຫວຽດ​ນາມ, ບານ​ເຕະ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ເປັນ​ມື​ອາ​ຊີບ, ທັນ​ສະ​ໄໝ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ.” ຫວຽດ​ເກື່ອງ


top